APEC 2017: ເພີ່ມທະວີການຮ່ວມມືກັບສາກົນໃນການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ

(VOVWORLD) -ໃນຂອບເຂດກອງປະຊຸມເຈົ້າໜ້າທີ່ອາວຸໂສ APEC ຄັ້ງທີ 3 (SOM 3) ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງຢູ່ນະຄອນໂຮ່ຈີມິນ

APEC 2017: ເພີ່ມທະວີການຮ່ວມມືກັບສາກົນໃນການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ - ảnh 1ກຸ່ມປະຕິບັດງານກ່ຽວກັບການຕ້ານການສໍ້ລາດບັງຫຼວງ ແລະ ຫັນເປັນກະຈ່າງແຈ້ງ

(ພາບ: thanhtra.gov.vn)

ວັນທີ 22 ສິງຫາ, ກຸ່ມປະຕິບັດງານກ່ຽວກັບການຕ້ານການສໍ້ລາດບັງຫຼວງ ແລະ ຫັນເປັນກະຈ່າງແຈ້ງ (ACTWG) ໄດ້ຈັດຕັ້ງກອງປະຊຸມ ຄັ້ງທີ 25 ດ້ວຍການເຂົ້າຮ່ວມຂອງຫຼາຍພື້ນຖານເສດຖະກິດສະມາຊິກ APEC, ບັນດາອົງການຈັດຕັ້ງສາກົນ. ກ່າວຄຳເຫັນທີ່ພິທີໄຂ, ທ່ານ ຫງວຽນວັນແທງ, ຮອງປະທານອົງການກວດກາລັດຖະບານ, ໃຫ້ຮູ້ວ່າ ທີ່ກອງປະຊຸມຄັ້ງນີ້, ຫວຽດນາມ ປາຖະໜາຢາກສືບຕໍ່ໄດ້ຮັບການໜູນຊ່ວຍ, ຮ່ວມມືກັບບັນດາການປຶກສາຫາລືລົງເລິກ ເພື່ອບັນລຸໄດ້ຄວາມເຫັນດີເຫັນພ້ອມກ່ຽວກັບບັນດາບັນກາທີ່ໄດ້ເຕື້ອງເຖິງທັງໝົດໃນໂຄງການດຳເນີນງານ, ພິເສດແມ່ນແຜນການໃນໄລຍະ 2013-2020 ແລະ ຖະແຫຼງການຮ່ວມຂອງກຸ່ມ.

        ທີ່ກອງປະຊຸມ, ບາງບັນຫາທີ່ ຫວຽດນາມ ໄດ້ແບ່ງປັນ ແລະ ໄດ້ຮັບການສະໜັບສະໜູນຈາກບັນດາພື້ນຖານເສດຖະກິດອື່ນຄື: ເພີ່ມທະວີກຳລັງຄວາມສາມາດໃຫ້ບັນດາອົງການຕ້ານການສໍ້ລາດບັງຫຼວງ, ໜູນຊ່ວຍວຽກງານສ້າງນະໂຍບາຍກົດໝາຍໃຫ້ສຳເລັດ, ບາງການເຄື່ອນໄຫວໂຄງສະນາ, ຍົກສູງສະຕິຂອງປະຊາຊົນ… ໃນວັນດຽວກັນ, ບັນດາຜູ້ແທນຈະໄດ້ຮັບຟັງການລາຍງານກ່ຽວກັບບັນດາໂຄງການໃນປະຈຸບັນ ແລະ ຂໍ້ສະເໜີຂອງກຸ່ມທີ່ກ່ຽວຂ້ອງເຖິງບັນດາເວທີປາໄສສາກົນອື່ນ; ບັນກາສະມາຊິກລາຍງານກ່ຽວກັບວິວັດທະນາການຕ້ານການສໍ້ລາດບັງຫຼວງຢູ່ພາຍໃນປະເທດຕົນ ແລະ ບັນດາຄວາມກ້າວໜ້າໃນບັນຫາຕ້ານການສໍ້ລາດບັງຫຼວງ, ບັນດາຂໍ້ລິເລີ່ມທີ່ກ່ຽວຂ້ອງເຖິງການສໍ້ລາດບັງຫຼວງ ແລະ ກະຈ່າງແຈ້ງ.

ຕອບກັບ

ຂ່າວ/ບົດ​ອື່ນ