APEC ຊອກຫາມາດຕະການໜູນຊ່ວຍດ້ານການເງິນໃຫ້ກຸ່ມວິສາຫະກິດຂະໜາດນ້ອຍ ແລະ ກາງ

(VOVWORLD) - ເວທີປາໄສລວມມີ 4 ວາລະປະຊຸມ, ສຸມໃສ່ປືກສາຫາລືກ່ຽວກັບສິ່ງທ້າທາຍສຳລັບພື້ນຖານການເງິນຂອງວິສາຫະກິດຂະໜາດນ້ອຍ ແລະ ກາງ (SME), ບັນດາການປ່ຽນໃໝ່ໃນໄລຍະມໍ່ໆມານີ້ຢູ່ພາກພື້ນ ອາຊີ - ປາຊີຟິກ…
APEC ຊອກຫາມາດຕະການໜູນຊ່ວຍດ້ານການເງິນໃຫ້ກຸ່ມວິສາຫະກິດຂະໜາດນ້ອຍ ແລະ ກາງ - ảnh 1 ບັນດາຜູ້ແທນເຂົ້າຮ່ວມເວທີປາໄສ

ໃນຂອບເຂດກອງປະຊຸມບັນດາລັດຖະມົນຕີ APEC 2017 ຮັບຜິດຊອບວິສາຫະກິດຂະໜາດນ້ອຍ ແລະ ກາງນະຄອນ ໂຮ່ຈີມິນ, ຕອນເຊົ້າວັນທີ 11 ກັນຍາ, ເວທີປາໄສຍົກສູງຄວາມສາມາດສຳຜັດດ້ານການເງິນໃນສະໄໝດີຈີຕອນໃຫ້ແກ່ບັນດາວິສາຫະກິດຂະໜາດນ້ອຍ ແລະ ກາງໄດ້ຖືກໄຂຂຶ້ນ. ເວທີປາໄສລວມມີ 4 ວາລະປະຊຸມ, ສຸມໃສ່ປືກສາຫາລືກ່ຽວກັບສິ່ງທ້າທາຍສຳລັບພື້ນຖານການເງິນຂອງວິສາຫະກິດຂະໜາດນ້ອຍ ແລະ ກາງ (SME), ບັນດາການປ່ຽນໃໝ່ໃນໄລຍະມໍ່ໆມານີ້ຢູ່ພາກພື້ນ ອາຊີ - ປາຊີຟິກ… ທ່ານ ເຈີ່ນກວາງຖັ໋ງ, ຫົວໜ້າສະຖາບັນເສດຖະກິດ ແລະ ຄຸ້ມຄອງນະຄອນໂຮ່ຈີມິນ, ຖືວ່າ:

“ມາດຕະການການເງິນສຳຄັນນັ້ນແມ່ນມາດຕະການຈຸລະພາກຕົວຢ່າງຄືແຫຼ່ງເງິນໜູນຊ່ວຍດ້ວຍດອກເບ້ຍບຸລິມະສິດ. ຫຼື ມີບັນດາໂຄງການທີ່ດີຈະໄດ້ຮັບການໜູນຊ່ວຍຕາມແບບສ່ຽງໄພ, ຖ້າປະຕິບັດໃຫ້ດີນັ້ນ ແຫຼ່ງຜົນປະໂຫຍດຈະກັບຄືນມາໜູນຊ່ວຍອີກ ເພື່ອຊຸກຍູ້ການພັດທະນາຂອງບັນດາວິສາຫະກິດຂະໜາດນ້ອຍ ແລະ ກາງອື່ນໆ.”

ຕອບກັບ

ຂ່າວ/ບົດ​ອື່ນ