APEC ມຸ່ງໄປເຖິງການປະຕິຮູບໂຄງປະກອບຂອງພາກພື້ນ

(VOVWORLD) -ຕາມການຕີລາຄາຂອງອົງການໜູນຊ່ວຍງົບປະມານ ຂຶ້ນກັບເວທີປາໄສຮ່ວມມືເສດຖະກິດອາຊີ-ປາຊີຟິກ (APEC) ວັນທີ 17 ສິງຫາ, ບັນດາພື້ນຖານເສດຖະກິດຈະສືບຕໍ່ຮັກສາຄວາມຄືບໜ້າໃນການປະຕິບັດການປະຕິຮູບໂຄງປະກອບຂອງພາກພື້ນ. 

ອົງການດັ່ງກ່າວ ໄດ້ດໍາເນີນການຕີລາຄາກາງໄລຍະ ເພື່ອແນໃສ່ພິຈາລະນາບັນດາການປະຕິຮູບໂຄງປະກອບທີ່ພວມໄດ້ປະຕິບັດ, ກໍຄືຊອກຫາຊ່ອງຫວ່າງຕ່າງໆ ທີ່ຄວນໄດ້ຮັບການຮັບແຄບໃນອະນາຄົດ.

        ຕາມຄະນະກໍາມະການເສດຖະກິດ APEC ແລ້ວ, ຂັ້ນຕອນປະຕິຮູບໂຄງປະກອບດັ່ງກ່າວ ຈະມຸ່ງໄປເຖິງການນໍາໃຊ້ນະໂຍບາຍ ເພື່ອແນໃສ່ຍົກເລີກຮົ້ວກີດຂວາງສໍາລັບປະຊາຊົນ ແລະ ກາລະໂອກາດດ້ານເສດຖະກິດ. ທ່ານ Robert Logie ປະທານ ຄະນະກໍາມະການເສດຖະກິດ APEC ໄດ້ຊີ້ແຈ້ງວ່າ ການປະຕິຮູບໂຄງປະກອບກໍເໝືອນກັບການຊຸກຍູ້ກໍາລັງຄວາມສາມາດໃນການແກ້ງແຍ້ງ, ສ້າງເງື່ອນໄຂໃຫ້ແກ່ການສ້າງຕັ້ງ ແລະ ບໍລິຫານວິສາຫະກິດ,ແຕ່ຍັງຄົງຮັບປະກັນຊ່ວຍປະຊາຊົນສາມາດຊົມໃຊ້ບັນດາການບໍລິການທີ່ຈໍາເປັນ. ບັນດາການປະຕິຮູບດັ່ງກ່າວ ບໍ່ພຽງແຕ່ຊ່ວຍໃຫ້ຕະຫຼາດໄດ້ເຄື່ອນໄຫວດີກວ່າເທົ່ານັ້ນ ຫາກຍັງບັນລຸໄດ້ບັນດາເປົ້າໝາຍໃຫຍ່ອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ