APEC ແບ່ງປັນບົດຮຽນຮັບມືກັບສະພາບພົນລະເມືອງນັບມື້ນັບມີອາຍຸສູງ

(VOVWORLD) - ໃນລະຫວ່າງວັນທີ 17 -18 ກໍລະກົດ, ຢູ່ຮ່າໂນ້ຍ, ກະຊວງສາທາລະນະສຸກ ໄດ້ສົມທົບກັບຄະນະເລຂາເວທີປາໄສຮ່ວມມືເສດຖະກິດອາຊີ - ປາຊີຟິກ (APEC) ຈັດຕັ້ງກອງປະຊຸມສຳມະນາສາກົນຮັບມືກັບສະພາບພົນລະເມືອງນັບມື້ນັບມີອາຍຸສູງ.
APEC ແບ່ງປັນບົດຮຽນຮັບມືກັບສະພາບພົນລະເມືອງນັບມື້ນັບມີອາຍຸສູງ - ảnh 1ກອງປະຊຸມສຳມະນາສາກົນຢູ່ ຮ່າໂນ້ຍ 

ກອງປະຊຸມສຳມະນາມີການເຂົ້າຮ່ວມຂອງຜູ້ແທນ 200 ທ່ານຂອງບັນດາພື້ນຖານເສດຖະກິດສະມາຊິກ APEC, ບັນດາອົງການຂອງ ສປຊ, ບັນດາອົງການຈັດຕັ້ງສາກົນ, ອົງການການເມືອງ - ສັງຄົມ, ບັນດາສະຖາບັນຄົ້ນຄ້ວາ, ມະຫາວິທະຍາໄລແຫ່ງຕ່າງໆ. ກອງປະຊຸມສຳມະນາສາກົນຮັບມືກັບສະພາບການພົນລະເມືອງນັບມື້ນັບມີອາຍຸສູງ ໄດ້ແບ່ງເປັນບັນດາວາລະປະຊຸມເຊິ່ງມີຫົວຂໍ້ວ່າ: ສະພາບພົນລະເມືອງນັບມື້ນັບມີອາຍຸສູງກັບການເຕີບໂຕເສດຖະກິດ; ສະພາບພົນລະເມືອງນັບມື້ນັບມີອາຍຸສູງກັບການຮັບປະກັນຊີວິດສັງຄົມ, ສະພາບພົນລະເມືອງນັບມື້ນັບມີອາຍຸສູງກັບການສົ່ງເສີມສາທາລະນະສຸກ. ບັນດານັກຊ່ຽວຊານໄດ້ຍົກອອກຂໍ້ສະເໜີແນະກ່ຽວກັບນະໂຍບາຍກັບການນຳຂອງບັນດາພື້ນຖານເສດຖະກິດສະມາຊິກ ກ່ຽວກັບການຮັບມືກັບສະພາບພົນລະເມືອງນັບມື້ນັບມີອາຍຸສູງ. ບັນດາຂໍ້ສະເໜີແນະກ່ຽວກັບນະໂຍບາຍນີ້ຈະຖືກຍົກອອກມາໃນການໂອ້ລົມສົນທະນານະໂຍບາຍສາທາລະນະສຸກ, ໃນບັນດາກອງປະຊຸມຂອງກຸ່ມປະຕິບັດງານສາທາລະນະສຸກ, ກອງປະຊຸມຂັ້ນສູງບັນດາລັດຖະມົນຕີສາທາລະນະສຸກ APEC ຂຶ້ນກັບ SOM 3 ໄດ້ຮັບການຈັດຕັ້ງຢູ່ ນະຄອນ ໂຮ່ຈີມິນ ໃນເດືອນສິງຫາປີ 2017.

ຕອບກັບ

ຂ່າວ/ບົດ​ອື່ນ