APEC2017: ການໂອ້ລົມສົນທະນານະໂຍບາຍກ່ຽວກັບ “ການເພີ່ມທະວີວຽກງານປ້ອງກັນຕ້ານວັນນະໂລກແລະວັນນະໂລກແພ້ຢາຢູ່ພາ

(VOVWORLD) -ຫວຽດນາມ ແມ່ນຫນຶ່ງໃນ 9 ພື້ນຖານເສດຖະກິດ ບັນລຸໄດ້ 3 ເປົ້າໝາຍຕົ້ນຕໍກ່ຽວກັບການຫລຸດຜ່ອນສພາບຕິດແປດພະຍາດວັນນະໂລກ 


ໃນຂອບເຂດກອງປະຊຸມເຈົ້າຫນ້າທີ່ອາວຸໂສ APEC ຄັ້ງທີ 3 (SOM 3) ແລະ ບັນດາກອງປະຊຸມກ່ຽວຂ້ອງ ດຳເນີນຢູ່ ນະຄອນ ໂຮ່ຈິມີນ ໃນຕອນບ່າຍວັນທີ 22 ສິງຫາ, ກຸ່ມປະຕິບັດງານດ້ານສາທາລະນະສຸກ APEC (HWG) ໄດ້ຈັດຕັ້ງການໂອ້ລົມສົນທະນານະໂຍບາຍກ່ຽວກັບການເພີ່ມທະວີວຽກງານປ້ອງກັນຕ້ານພະຍາດວັນນະໂລກ ແລະ ວັນນະໂລກແພ້ຢາ ຢູ່ ພາກພື້ນ APEC”, ເພື່ອແນໃສ່ຍົກອອກບັນດາຄຳສະເຫນີແນະຕໍ່ບັນດາການນຳ APEC ເພື່ອປະຕິບັດເປົ້າໝາຍພັດທະນາແບບຍືນຍົງ ເປັນຢ່າງດີໃຫ້ແກ່ບັນດາພື້ນຖານເສດຖະກິດສະມາຊິກ. ກ່າວຄຳເຫັນທີ່ການໂອ້ລົມສົນທະນາ, ທ່ານ ຟ້າມເລຕວນ, ຮອງລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ ໄດ້ເນັ້ນຫນັກວ່າ: ໃນຊຸມທົດສະວັດຜ່ານມາ, ຫວຽດນາມ ຍາດໄດ້ຫລາຍໝາກຜົນຕັ້ງຫນ້າຫລາຍຢ່າງໃນການຕໍ່ສູ້ປ້ອງກັນ ແລະ ຕ້ານພະຍາດວັນນະໂລກ. ຫວຽດນາມ ແມ່ນຫນຶ່ງໃນ 9 ພື້ນຖານເສດຖະກິດ ບັນລຸໄດ້ 3 ເປົ້າໝາຍຕົ້ນຕໍກ່ຽວກັບການຫລຸດຜ່ອນສພາບຕິດແປດພະຍາດວັນນະໂລກ ແລະ ແມ່ນຫນຶ່ງໃນ ສາມພື້ນຖານເສດຖະກິດແຖວຫນ້າຜັນຂະຫຍາຍຍຸດທະຍາດປ້ອງກັນ ແລະ ຕ້ານພະຍາດວັນນະໂລກຂອງ WHO ຢ່າງມີປະສິດທິຜົນ. ບຸລິມະສິດຕົ້ນຕໍຂອງຫວຽດນາມ ປະຈຸບັນ ແມ່ນກວດພົບທຸກກໍລະນີຕິດພະຍາດວັນນະໂລກ ແລະ ປິ່ນປົວ ໂດຍໄວ ເພື່ອສະກັດກັ້ນການຕິດແປດໃນວົງຄະນະຍາດ.

 


ຕອບກັບ

ຂ່າວ/ບົດ​ອື່ນ