APEC2017:ກອງປະຊຸມຄັ້ງທີ 3 ບັນດາເຈົ້າຫນ້າທີ່ອາວຸໂສAPECແລະບັນດາກອງປະຊຸມກ່ຽວຂ້ອງ

(VOVWORLD) -ວັນທີ 18 ສິງຫາ, ຢູ່ ນະຄອນ ໂຮ່ຈິມີນ, ກອງປະຊຸມບັນດາເຈົ້າຫນ້າທີ່ອາວຸໂສ APEC ຄັ້ງທີ 3 (SOM3) ແລະ ບັນດາກອງປະຊຸມກ່ຽວຂ້ອງ ກ້າວເຂົ້າສູ່ມື້ເຮັດວຽກທຳອິດ ດ້ວຍກອງປະຊຸມ, ກອງປະຊຸມສຳມະນາ 11 ຄັ້ງ. 

APEC2017:ກອງປະຊຸມຄັ້ງທີ 3 ບັນດາເຈົ້າຫນ້າທີ່ອາວຸໂສAPECແລະບັນດາກອງປະຊຸມກ່ຽວຂ້ອງ - ảnh 1 ບັນດາຜູ້ແທນເຂົ້າຮ່ວມການໂອ້ລົມສົນທະນາກ່ຽວກັບອຸດສາຫະກຳລົດໂອໂຕ

ພາບ: Vietnam+

ໂດຍດຳເນີນແຕ່ວັນທີ 18-30 ສິງຫາ. SOM 3  ລວມມີ 75 ກອງປະຊຸມ, ກອງປະຊຸມສຳມະນາ, ການໂອ້ລົມສົນທະນາ  ຂອງບັນດາຄະນະກຳມະການ, ກຸ່ມປະຕິບັດງານຂອງ APEC ໃນຫລາຍຂົງເຂດແຕກຕ່າງກັນ. ບັນດາຜູ້ແທນເຂົ້າຮ່ວມ SOM3 ແລະ ບັນດາກອງປະຊຸມກ່ຽວຂ້ອງຈະສືບຕໍ່ຊຸກຍູ້ການຜັນຂະຫຍາຍບັນດາລາຍການ, ແຜນການຮ່ວມມືໄລຍະຍາວໃນບັນດາຂົງເຂດຫລັກແຫລ່ງມຸ່ງໄປເຖິງການຜັນຂະຫຍາຍການໃຫ້ບຸລິມະສິດປີ APEC 2017 ນັບມື້ນັບເປັນລະອຽດ ກໍຄືຈຸດໝາຍຍາວນານຂອງ APEC ກ່ຽວກັບຫັນການຄ້າ ແລະ ການລົງທຶນເປັນເສລີ, ມີຄວາມສະດວກ ໃນພາກພື້ນ. ບັນດາຄະນະກຳມະການ, ກຸ່ມປະຕິບັດງານຂອງ APEC ກໍ່ຈະປຶກສາຫາລືບັນດາເອກະສານຍື່ນສະເຫນີຕໍ່ບັນດາລັດຖະມົນຕີ APEC ຮັບຮອງເອົາ, ສ້າງພື້ນຖານເພື່ອກະກຽມເນື້ອໃນ ແລະ ລາຍການຂອງສັບປະດາຂັ້ນສູງໃນເດືອນ ພະຈິກປີ 2017 ຢູ່ ນະຄອນ ດາຫນັງ. 

ຕອບກັບ

ຂ່າວ/ບົດ​ອື່ນ