ASIAD 2018: Pencak Silat ຫວຽດນາມຄ້ວາໄດ້ຫຼຽນເງິນ 2 ຫຼຽນ

(VOVWORLD) - ໃນຕອນເຊົ້າຂອງວັນທີ 27 ສິງຫາ, Pencak Silat ຄ້ວາໄດ້ຫຼຽນເງິນ 2 ຫຼຽນໃຫ້ແກ່ກິລາ ຫວຽດນາມ. ກ່ອນໜ້ານັ້ນ, ຢູ່ເນື້ອໃນສະແດງມວຍຄູ່ຊາຍນັ້ນແມ່ນ ເລຮົ່ງກວນ, ເຈີ່ນດືກແຢງ  ຄ້ວາໄດ້ຫຼຽນເງິນ 1 ຫຼຽນດ້ວຍຄະແນນ 562 ຄະແນນ.

ໃນການແຂ່ງຂັນຮອບຊິງຊະນະເລີດທິມໝູ່ຊາຍ, ທິມຊາດມວຍ Pencak Silat ຫວຽດນາມ ເຂົ້າຮ່ວມດ້ວຍສະມາຊິກ 3 ຄົນນັ້ນແມ່ນ ຫວູຕ໋ຽນຢູ້ງ, ຫງວຽນຊວນແທງ ແລະ ລືວວັນນາມ. ການສະແດງມວຍ Pencak Silat ຂອງທິມໝູ່ຊາຍ ຫວຽດນາມ ໂດຍບັນດາກຳມະການຕີລາຄາເປັນຢ່າງດີ, ດ້ວຍຄະແນນ 450 ຄະແນນ, ຄ້ວາໄດ້ຫຼຽນເງິນ. ໃນຕອນເຊົ້າຂອງວັນທີ 27 ສິງຫາ, Pencak Silat ຄ້ວາໄດ້ຫຼຽນເງິນ 2 ຫຼຽນໃຫ້ແກ່ກິລາ ຫວຽດນາມ. ກ່ອນໜ້ານັ້ນ, ຢູ່ເນື້ອໃນສະແດງມວຍຄູ່ຊາຍນັ້ນແມ່ນ ເລຮົ່ງກວນ, ເຈີ່ນດືກແຢງ  ຄ້ວາໄດ້ຫຼຽນເງິນ 1 ຫຼຽນດ້ວຍຄະແນນ 562 ຄະແນນ.

        ປະຈຸບັນ, ຄະນະນັກກິລາ ຫວຽດນາມ ມີຈຳນວນຫຼຽນຄຳ 1 ຫຼຽນ, ຫຼຽນເງິນ 9 ຫຼຽນ ແລະ ຫຼຽນທອງ 12 ຫຼຽນ, ຢືນອັນດັບທີ 24 ໃນຕາຕະລາງຈັດອັນດັບຂອງ ASIAD 2018.

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ