ASIAD 2018: ກິລາ ຫວຽດນາມ ບືນຕົວຂຶ້ນ, ຢື່ນອັນດັບທີ 13 ໃນຕາຕະລາງຈັດອັນດັບ

(VOVWORLD) - ຜົນງານນີ້ຈະນຳມາເຊິ່ງແຫຼ່ງອາລົມ, ກຳລັງຊຸກຍູ້ໃຫ້ແກ່ບັນດານັກກິລາ ຫວຽດນາມ ຍາດໄດ້ຜົນງານໃນຊຸມວັນແຂ່ງຂັນຕໍ່ໄປ.

ດ້ວຍຫຼຽນຄຳຂອງທິມຊ່ວງເຮືອ Rowing ຍິງ ຫວຽດນາມ, ຄະນະນັກກິລາ ຫວຽດນາມ ຈາກອັນດັບທີ 20 ໄດ້ບືນຕົວຂຶ້ນຢື່ນອັນດັບທີ 13 ໃນຈຳນວນ 24 ຄະນະນັກກິລາຄ້ວາໄດ້ຫຼຽນທີ່ ASIAD 2018. ແນ່ນອນວ່າ, ຜົນງານນີ້ຈະນຳມາເຊິ່ງແຫຼ່ງອາລົມ, ກຳລັງຊຸກຍູ້ໃຫ້ແກ່ບັນດານັກກິລາ ຫວຽດນາມ ຍາດໄດ້ຜົນງານໃນຊຸມວັນແຂ່ງຂັນຕໍ່ໄປ. ເນື່ອງໃນໂອກາດນີ້, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຕົກລົງມອບຈຳນວນເງິນ 200 ລ້ານດົ່ງໃຫ້ແກ່ບັນດານັກກິລາຍິງ Rowing ຫວຽດນາມ.

        ກ່ອນໜ້ານັ້ນ, ຮອບຊິງຊະນະເລີດການແຂ່ງຂັນ Wushu, ນັກກິລາ ບຸ່ຍເຈື່ອງຢາງ ຄ້ວາໄດ້ຫຼຽນເງິນທີ 4 ໃຫ້ແກ່ຄະນະນັກກິລາ ຫວຽດນາມ.

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ