ASIAD 2018: ພິທີອັດມີສານສາມັກຄີ

(VOVWORLD) - ງານມະຫາກຳກິລາ ອາຊີ ຄັ້ງທີ 18 (ASIAD 2018) ໄດ້ອັດລົງຢູ່ປະເທດ ອິນໂດເນເຊຍ ດ້ວຍພິທີອັດທີ່ຟົດຟື້ນມ່ວນຊື່ນ, ງາມຕາ ແລະ ສາມັກຄີຢູ່ ສະໜາມກິລາ Gelora Bung Karno ຂອງ Jakarta ດ້ວຍຫົວຂໍ້ວ່າ “ປະຊາຄົມ ອາຊີ ເອກະພາບ”.
ASIAD 2018: ພິທີອັດມີສານສາມັກຄີ - ảnh 1 ພິທີອັດ  ASIAD 2018 ມີສານສາມັກຄີ (ພາບ: THX/TTXVN)

ກ່າວຄຳເຫັນທີ່ພິທີອັດ, ທ່ານຮອງນາຍົກລັດຖະມົນຕີ ອິນໂດເນເຊຍ ແລະ ເປັນຫົວໜ້າຄະນະຈັດຕັ້ງພິທີອັດ Jusuf Kalla ໄດ້ສະແດງຄວາມຫວັງວ່າ: ບັນດານັກກິລາ ໄດ້ແຂ່ງຂັນຕົວຈິງທີ່ເປັນໜ້າຈົດຈຳ ເມື່ອເຂົ້າຮ່ວມການແຂ່ງຂັນກິລາຢູ່ ASIAD ຄັັ້ງນີ້. ໃນຂະນະນັ້ນ ທ່ານປະທານຄະນະກຳມະການ Olympic ອາຊີ Al-Ahmed Al-Sabah ຊົມເຊີຍ ASIAD 2018 ໄດ້ດຳເນີນຢ່າງປະສົມຜົນສຳເລັດຖືກຕາມຄວາມມຸ່ງຫວັງຂອງຄະນະຈັດຕັ້ງ, ພ້ອມທັງສົ່ງຄຳຂອບໃຈເຖິງບັນດານັກກິລາ. ທ່ານກໍ່ຫວັງວ່າ ASIAD ຄັ້ງຕໍ່ໄປຢູ່ ຄ໋າງເຈົາ, ປະເທດ ຈີນ ໃນປີ 2022 ຈະສືບຕໍ່ປະສົບຜົນສຳເລັດຢ່າງຈົມງາມ.

 

ຕອບກັບ

ຂ່າວ/ບົດ​ອື່ນ