ASIAD 2018: ວັນແຂ່ງຂັນທີ 4, ຄະນະນັກກິລາ ຫວຽດນາມ ຢື່ນອັນດັບທີ 20

(VOVWORLD) - ຕາມຕາຕະລາງຈັດອັນດັບຫຼຽນຂອງງານມະຫາກຳກິລານີ້ແລ້ວ, ຮອດ 20ໂມງ 30 ນາທີ ໃນວັນທີ 22 ສິງຫາ, ຄະນະນັກກິລາ ຫວຽດນາມ ຄ້ວາໄດ້ 3 ຫຼຽນເງິນ ແລະ 7 ຫຼຽນທອງ
ASIAD 2018: ວັນແຂ່ງຂັນທີ 4, ຄະນະນັກກິລາ ຫວຽດນາມ ຢື່ນອັນດັບທີ 20 - ảnh 1ນັກກິລາ Wushu ຮ່ວງທິເຟືອງ ຄ້ວາໄດ້ 1 ຫຼຽນທອງ 

ຮອດຕອນບ່າຍວັນທີ 22 ສິງຫາ, ຜົນງານຂອງການແຂ່ງຂັນທີ່ເປັນໜ້າສົນໃຈທີ່ສຸດຂອງຄະນະນັກກິລາ ຫວຽດນາມ ແມ່ນນັກກິລາ Wushu ຮ່ວງທິເຟືອງ ຄ້ວາໄດ້ 1 ຫຼຽນທອງ, ທິມຊາດ ກະຕໍ້ ຍິງ ຫວຽດນາມ ຄ້ວາໄດ້ 1 ຫຼຽນທອງ. ຕາມຕາຕະລາງຈັດອັນດັບຫຼຽນຂອງງານມະຫາກຳກິລານີ້ແລ້ວ, ຮອດ 20ໂມງ 30 ນາທີ ໃນວັນທີ 22 ສິງຫາ, ຄະນະນັກກິລາ ຫວຽດນາມ ຄ້ວາໄດ້ 3 ຫຼຽນເງິນ ແລະ 7 ຫຼຽນທອງ, ຢື່ນອັນດັບທີ 20/45 ປະເທດ ແລະ ເຂດແຄ້ວນເຂົ້າຮ່ວມ ASIAD 2018.

        ວັນທີ 23 ສິງຫາ, ທິມຊາດປິງປອງ ຫວຽດນາມ ດ້ວຍສະມາຊິກ 11 ຄົນໄປຮອດ ຈາກກາກຕາ ເພື່ອກະກຽມເຂົ້າຮ່ວມການແຂ່ງຂັນ. ກໍ່ໃນວັນທີ 23 ສິງຫາ, ຢູ່ ຈາກາກຕາ, ຄະນະນັກກິລາ ຫວຽດນາມ ຈະເຂົ້າຮ່ວມການແຂ່ງຂັນ: ລອຍນ້ຳ, ຍິງທະນູ, ບານສົ່ງ, ຖີບລົດ... ສ່ວນຢູ່ Palembang, ບັນດາທິມຊາດ Bowling, Rowing, ກະຕໍ້, ຍິງປືນ, ແທນນິດ ແລະ ບານສົ່ງຫາດຊາຍທະເລ.

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ