ASIAD 2018: ຫວຽດນາມ ຢືນອັນດັບທີ 13 ຊົ່ວຄາວໃນຕາຕະລາງຈັດອັນດັບດ້ວຍຫຼຽນທອງ 2 ຫຼຽນ

(VOVWORLD) - ພາຍຫລັງວັນແຂ່ງຂັນກິລາທຳອິດຂອງ ASIAD 2018 ໄດ້ສິ້ນສຸດໃນວັນທີ 19 ສິງຫາ, ຄະນະນັກກິລາ ຫວຽດນາມ ມີຄວາມປິຕິຊົມຊື່ນຫລາຍຢ່າງ.

 ກິລາ ຫວຽດນາມ ຄວ້າໄດ້ຫຼຽນທອງຫຼຽນທຳອິດໃນການແຂ່ງຂັນກິລາມວຍ Taekwondo ເພດຊາຍ. ກິລາປະເພດຍິງປືນກໍ່ຄວ້າໄດ້ຫຼຽນທອງຫຼຽນທີ 2 ຢູ່ລາຍການຍິງປືນສັ້ນ 10 ແມັດຍິງ - ຊາຍ.

        ຕາມຕາຕະລາງຈັດອັນດັບ, ພາຍຫລັງມື້ແຂ່ງຂັນທຳອິດແລ້ວ, ຄະນະນັກກິລາ ຫວຽດນາມ ຢືນອັນດັບທີ 13 ຊົ່ວຄາວ ກັບ ຟີລິບປີນ. ຢືນອັນດັບທີ 1 ແມ່ນ ຈີນ ດ້ວຍຫຼຽນຄຳ 7 ຫຼຽນ ຖັດມາແມ່ນ ຍີ່ປຸ່ນ, ສ.ເກົາຫຼີ.

 

 

ຕອບກັບ

ຂ່າວ/ບົດ​ອື່ນ