ASIAD2018: ພິທີຊັກທຸງຂອງຄະນະນັກກິລາຫວຽດນາມ

(VOVWORLD) -ວັນທີ 16 ສິງຫາ ຢູ່ ໝູ່ບ້ານນັກກິລາ Kemayoran ນະຄອນຫລວງ ຈາກາຕາ ໄດ້ດຳເນີນພິທີຊັກທຸງ ຄະນະນັກກິລາຫວຽດນາມ ເຂົ້າຮ່ວມງານມະຫາກຳກິລາ ອາຊີ (ASIAD) ຄັ້ງທີ 18. ຕາມຄະນະກຳມະການຈັດຕັ້ງ ASIAD ແລ້ວ, ນີ້ແມ່ນພິທີກຳຕ້ອນຮັບບັນດາຄະນະນັກກິລາມາຈາກບັນດາປະເທດ ແລະ ເຂດແຄ້ວນ ມາເຂົ້າຮ່ວມ ASIAD ຢູ່ ອິນໂດເນເຊຍ.

ທີ່ພິທີຊັກທຸງ, ທ່ານນາງ Yuni Kartika ຜູ້ຄຸ້ມຄອງໝູ່ນັກບ້ານກິລາ Kemayoran ຕາງຫນ້າໃຫ້ຄະນະຈັດຕັ້ງ ກ່າວຕ້ອນຮັບບັນດາຄະນະນັກກິລາມາເຂົ້າຮ່ວມ ASIAD ຢູ່ ອິນໂດເນເຊຍ ໃນນັ້ນ ມີຫວຽດນາມ ພ້ອມທັງເນັ້ນຫນັກຈິດໃຈຂອງງານມະຫາກຳກິລາ ຍາມໃດກໍ່ມຸ້ງໄປເຖິງຄວາມວ່ອງໄວກວ່າ, ສູງກວ່າ, ຍາວໄກ່ກວ່າ ບົນຈິດໃຈພົບປະແລກປ່ຽນ, ສາມັກຄີ. ທ່ານນາງ ໄດ້ຢືນຢັນວ່າ: ເຫດການກິລາໄດ້ຮັບການຈັດຕັ້ງຂຶ້ນແມ່ນການສະແດງໃຫ້ເຫັນຄວາມສາມັກຄີ ແລະ ຮ່ວມມືຂອງບັນດາປະເທດອາຊີ. ຕາງຫນ້າໃຫ້ຄະນະນັກກິລາຫວຽດນາມ, ທ່ານ ເຈີນດຶກເຟີນ ໄດ້ມອບຫລຽນກາທີ່ລະນຶກໃຫ້ທ່ານນາງ Yuni Kartika.

ຕອບກັບ

ຂ່າວ/ບົດ​ອື່ນ