ASOSAI 14: ກວດສອບສິ່ງແວດລ້ອມເພື່ອການພັດທະນາແບບຍືນຍົງ

(VOVWORLD) -“ກວດສອບບັນຊີສິ່ງລ້ອມເພື່ອການພັດທະນາແບບຍືນຍົງ” ແມ່ນຫົວຂໍ້ຕົ້ນຕໍຂອງກອງປະຊຸມໃຫຍ່ບັນດາອົງການກວດສອບບັນຊີສູງສູດອາຊີ ຄັ້ງທີ 14 (ASOSAI 14) ພວມດຳເນີນຢູ່ຮ່າໂນ້ຍ.
ASOSAI 14: ກວດສອບສິ່ງແວດລ້ອມເພື່ອການພັດທະນາແບບຍືນຍົງ - ảnh 1(ກອງປະຊຸມ “ກວດສອບບັນຊີສິ່ງລ້ອມເພື່ອການພັດທະນາແບບຍືນຍົງ”)

ຫົວຂໍ້ດັ່ງກ່າວໄດ້ຊີ້ໃຫ້ເຫັນຢ່າງຈະແຈ້ງຄຳໝັ້ນສັນຍາ, ຄວາມມານະພະຍາຍາມ ແລະ ການປະກອບສ່ວນຢ່າງແທດຈິງຂອງປະຊາຄົມ ASOSAI ໃນກິດຈະການເດີນຕາມເປົ້າໝາຍພັດທະນາແບບຍືນຍົງຂອງສະຫະປະຊາຊາດເວົ້າລວມ ແລະ ແກ້ໄຂບັນດາສິ່ງທ້າທາຍກ່ຽວກັບສິ່ງແວດລ້ອມທົ່ວໂລກເວົ້າສະເພາະ.

        ຢູ່ຫວຽດນາມ, ການກວດສອບສິ່ງແວດລ້ອມແມ່ນຂົງເຂດທີ່ໄດ້ຮັບຄວາມເອົາໃຈໃສ່, ໜູນຊ່ວຍຈາກລັດຖະບານ ແລະ ບັນດາອົງການທີ່ກ່ຽວຂ້ອງຫຼາຍທີ່ສຸດ. ໂດຍອີງໃສ່ສະພາບຕົວຈິງ ແລະ ບົດຮຽນຂອງຕົນ, ທີ່ກອງປະຊຸມຫົວເລື່ອງສະເພາະຄັ້ງທີ 7 ໃນຂອບເຂດ ASOSAI 14, ທ່ານ ຫງວຽນກວາງແທ່ງ, ຮອງປະທານອົງການກວດສອບບັນຊີແຫ່ງລັດຫວຽດນາມ, ຜູ້ຕາງໜ້າໃຫ້ອົງການກວດສອບແຫ່ງລັດຫວຽດນາມ ປະກອບບາງມາດຕະການແກ້ໄຂ ເພື່ອແນໃສ່ຍົກສູງຄຸນນະພາບການກວດສອບສິ່ງແວດລ້ອມຂອງບັນດາສະມາຊິກໃນ ASOSAI.

        “ຊຸກຍູ້ການຮ່ວມມື, ແບ່ງປັນບົດຮຽນໃນປະຊາຄົມ ASOSAI, ສ້າງປະຕູຖານຂໍ້ມູນຂ່າວສານເອເລັກໂຕນິກ ASOSAI ສວມບົດບາດແມ່ນເວທີປາໄສໂດຍກົງທາງເຄືອຂ່າຍອິນເຕີແນັດໂດຍໄວ ເພື່ອໃຫ້ບັນດາອົງການສະມາຊິກສາມາດນຳໃຊ້ທ່າແຮງຂອງເຕັກໂນໂລຊີຂໍ້ມູນຂ່າວສານໃນການແລກປ່ຽນກ່ຽວກັບບັນດາຄວາມສົນໃຈລວມ, ຈາກນັ້ນຫຼຸດຜ່ອນເວລາແກ້ໄຂ ແລະ ຍົກສູງຄຸນນະພາບ, ປະສິດທິຜົນຂອງວຽກງານ. ພ້ອມກັນນັ້ນ, ກໍ່ຮ່ວມມືພັດທະນາກຳລັງຄວາມສາມາດຂອງບັນດາອົງການສະມາຊິກ, ແບ່ງປັນຄວາມຮູ້ ແລະ ເພີ່ມທະວີກຳລັງຄວາມສາມາດຮອບດ້ານໃນ 3 ແງ່ມູມ: ກຳລັງຄວາມສາມາດດ້ານວິຊາສະເພາະ; ກຳລັງຄວາມສາມາດໃນການຈັດຕັ້ງ; ກຳລັງຄວາມສາມາດເພື່ອຮັບມືກັບບັນດາສິ່ງແວດລ້ອມຢູ່ພາຍນອກ. ເພີ່ມທະວີການຮ່ວມມືລະຫວ່າງບັນດາ SAI ຜ່ານການຈັດຕັ້ງບັນດາການຮ່ວມມືກວດສອບລະຫວ່າງບັນດາອົງການໃນຂົງເຂດກວດສອບສິ່ງແວດລ້ອມ ແລະ ພັດທະນາແບບຍືນຍົງ”.

ຕອບກັບ

ຂ່າວ/ບົດ​ອື່ນ