COP 24: ບັນດາປະເທດເຫັນດີເປັນເອກະພາບຕໍ່ວິວັດການປະຕິບັດສົນທິສັນຍາ ປາຣີ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ

(VOVWORLD) -ຕາມບົດລາຍງານຂອງ ມະຫາວິທະຍາໄລ East Anglia  ແລະ ໂຄງການ carbon ທົ່ວໂລກແລ້ວ, ຄາດວ່າ ປະລິມານອາຍພິດ carbon ທົ່ວໂລກໃນປີນີ້ ຈະເພີ່ມຂຶ້ນກວ່າ 2% ເມື່ອທຽບໃສ່ປີ 2017

ວັນທີ 15 ທັນວາ, ບັນດາປະເທດ ບັນລຸໄດ້ຄວາມເຫັນດີເປັນເອກະພາບກ່ຽວກັບວິວັດການປະຕິບັດສົນທິສັນຍາ ປາຣີ 2015 ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ. ຕາມບັນດາແຫຼ່ງຂ່າວແລ້ວ, ສຸດທ້າຍ ຄະນະປະຕິບັດງານຂອງເກືອບ 200 ປະເທດກໍຊອກຫາໄດ້ຄວາມເຫັນດີເຫັນພ້ອມກ່ຽວກັບກົນໄກແນະນໍາຂໍ້ກໍານົດຮ່ວມ, ເຊິ່ງໄດ້ສ້າງຂຶ້ນ ເພື່ອປະຕິບັດບັນດາເປົ້າໝາຍທີ່ໄດ້ວາງອອກໃນສົນທິສັນຍາ ປາຣີປີ 2015 ກ່ຽວກັບການຈໍາກັດລະດັບເພີ່ມຂຶ້ນຂອງອຸນຫະພຸມໜ່ວຍພິພົບ ໃຫ້ຢູ່ຕໍ່າກວ່າລະດັບ 2 ອົງສາ C ໃຫ້ປະກົດຜົນເປັນຈິງ.

        ກອງປະຊຸມ COP 24 ໄດ້ດໍາເນີນໃນສະພາບການ ທີ່ມີບົດລາຍງານຫຼ້າສຸດຫຼາຍບົດ ໃຫ້ຮູ້ວ່າ ບັນດາສິ່ງທ້າທາຍກ່ຽວກັບອາກາດ ທີ່ຍັງບໍ່ທັນໄດ້ຮັບການແກ້ໄຂ ແລະ ປະລິມານອາຍພິດ carbon ທົ່ວໂລກ  ທີ່ໄດ້ຄາດຄະເນວ່າ ໃນປີນີ້, ຈະມີລະດັບເພີ່ມຂຶ້ນສູງສຸດ ເມື່ອທຽບໃສ່ກັບທຸກສະໄໝ. ຕາມບົດລາຍງານຂອງ ມະຫາວິທະຍາໄລ East Anglia  ແລະ ໂຄງການ carbon ທົ່ວໂລກແລ້ວ, ຄາດວ່າ ປະລິມານອາຍພິດ carbon ທົ່ວໂລກໃນປີນີ້ ຈະເພີ່ມຂຶ້ນກວ່າ 2% ເມື່ອທຽບໃສ່ປີ 2017, ຂຶ້ນເຖິງກວ່າ 37 ຕື້ໂຕ່ນ CO2 , ເຊິ່ງສ່ວນຫຼາຍແມ່ນຍ້ອນການນໍາໃຊ້ຖ່ານ, ນໍ້າມັນ ແລະ ອາຍແກັດເພີ່ມຂຶ້ນ.


ຕອບກັບ

ຂ່າວ/ບົດ​ອື່ນ