COP 24: ຫວຽດນາມຮຽກຮ້ອງຮ່ວມມືແລະມີຜົນປະໂຫຍດກົມກ່ຽວໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ

(VOVWORLD) -       ຕອນຄ່ຳວັນທີ 12 ທັນວາ (ຕາມເວລາທ້ອງຖິ່ນ), ທ່ານຮອງລັດຖະມົນຕີກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມຫວຽດນາມ ເລກົງແທ່ງ, ຫົວໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມຂອງສະຫະປະຊາຊາດ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດປີ 2018 (COP 24) ຢູ່ Katowice, ປະເທດໂປໂລຍ, ໄດ້ມີບົດກ່າວປາໄສທີ່ວາລະອັດກອງປະຊຸມເຈລະຈາ Talanoa, ເຊິ່ງແມ່ນໜຶ່ງໃນບັນດາການເຄື່ອນໄຫວຕົ້ນຕໍຂອງ COP 24.

COP 24: ຫວຽດນາມຮຽກຮ້ອງຮ່ວມມືແລະມີຜົນປະໂຫຍດກົມກ່ຽວໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ - ảnh 1ທ່ານຮອງລັດຖະມົນຕີ ເລກົງແທ່ງ ທີ່ກອງປະຊຸມ

(ພາບ: TTXVN)

ທ່ານຮອງລັດຖະມົນຕີ ເລກົງແທ່ງ ໃຫ້ຂໍ້ສັງເກດວ່າ, ເມື່ອສັນຍາປາຣີ ກ່ຽວກັບການຕ້ານການປ່ຽນແປງຂອງດິນຟ້າອາກາດໄດ້ຮັບການຮັບຮອງເອົາກ່ອນນີ້ 3 ປີ, ປະຊາຄົມສາກົນໄດ້ມານະພະຍາຍາມຈົນສຸດຄວາມສາມາດ ເພື່ອປະຕິບັດຂໍ້ຕົກລົງດັ່ງກ່າວ, ນັບແຕ່ລວມທັງການສ້າງໂຄງການດຳເນີນງານໃນການປະຕິບັດສັນຍາປາຣີ (PAWP). ໃນສະພາບທີ່ບັນດາປະເທດພວມຮີບເຮັ່ງຜັນຂະຫຍາຍ, ຫວຽດນາມ ຮຽກຮ້ອງໃຫ້ມີຈິດໃຈຮ່ວມມື, ພ້ອມກັນປຶກສາຫາລືເພື່ອຜົນປະໂຫຍດກົມກ່ຽວແຫ່ງຊາດກັບຄວາມສົນໃຈຈາກສາກົນ.

        ທ່ານຮອງລັດຖະມົນຕີ ເລກົງແທ່ງ ໄດ້ຢືນຢັນອີກຄັ້ງໜຶ່ງວ່າ, ເຊິ່ງແມ່ນປະເທດໄດ້ ແລະ ພວມຕັ້ງໜ້າເຂົ້າຮ່ວມ, ປະຕິບັດບັນດາຄຳໝັ້ນສັນຍາສາກົນກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ. ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ການປະຕິບັດການປະກອບສ່ວນແຫ່ງຊາດຕັດສິນດ້ວຍຕົນເອງ (NDC) ໄດ້ກາຍເປັນການເຄື່ອນໄຫວປະຈຳ, ຕໍ່ເນື່ອງຂອງຊາດ ແລະ ໄດ້ຊັບຊ້ອນເຂົ້າໃນບັນດາການເຄື່ອນໄຫວພັດທະນາເສດຖະກິດ, ສັງຄົມຂອງທຸກຂັ້ນ, ທຸກຂະແໜງການ, ວິສາຫະກິດ, ປະຊາຄົມ ແລະ ຂອງຊາວຫວຽດນາມ ແຕ່ລະຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ