COP 24 ອອກຮ່າງຖະແໜງການຮ່ວມພາຍຫຼັງການເຈລະຈາຄັ້ງທີ່ເຄັ່ງຕຶງມາເປັນເວລາຫຼາຍວັນ

(VOVWORLD) -ຈີເລ ຈະເປັນປະເທດເຈົ້າພາບຈັດຕັ້ງກອງປະຊຸມ COP 25  ໃນທ້າຍປີ 2019.

ໂດຍບໍ່ຫົວຊາຕໍ່ບັນດາຄວາມບໍ່ລົງລອຍກັນ, ບັນດານັກເຈລະຈາທີ່ມາຈາກເກືອບ 200 ປະເທດ ໃນໂລກ ເຂົ້າຮ່ວມກອງປະຊຸມການປ່ຽນແປງຂອງດິນຟ້າອາກາດ COP 24  ຢູ່ ໂປໂລຍ ໃນວັນທີ 14 ທັນວາ ໄດ້ອອກຮ່າງຖະແຫຼງການຮ່ວມ ເພື່ອແນໃສ່ປະຕິບັດຂໍ້ຕົກລົງ ປາຣີ ກ່ຽວກັບການຄວບຄຸມສະພາບອຸ່ນຂຶ້ນໃນທົ່ວໂລກ. ນີ້ໄດ້ຮັບຖືວ່າ ແມ່ນສັນຍານຕັ້ງໜ້າພາຍຫຼັງການເຈລະຈາທີ່ເຕັມໄປດ້ວຍຄວາມເຄັ່ງຕຶງຢູ່ໃນກອງປະຊຸມ ເປັນເວລາ 2 ອາທິດ. ບັນດາປະເທດເຂົ້າຮ່ວມການເຈລະຈາ ສ່ວນຫຼາຍ ໄດ້ຢັ້ງຢືນຄືນໃໝ່ການສະໜັບສະໜູນບົດລາຍງານຂອງ ຄະນະກໍາມະການລະຫວ່າງລັດຖະບານ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ຂອງ ສປຊ ຈໍາກັດລະດັບຄວາມອຸ່ນຂ້ຶນໃນທົ່ວໂລກ.

        ບົດລາຍງານດັ່ງກ່າວ ໄດ້ຮັບຮູ້ຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດ ເມື່ອອຸນຫະພຸມຂອງໜ່ວຍພິພົບເພີ່ມຂຶ້ນ 1,5 ອົງສາ C ແລະໂລກພວມໄປເຂວທິດໃນແຜນການສະກັດກັ້ນສະພາບການປ່ຽນແປງຂອງດິນຟ້າອາກາດ. ເພື່ອບັນລຸໄດ້ເປົ້າໝາຍທີ່ວາງອອກນັ້ນ, ຮຽກຮ້ອງຕ້ອງມີບັນດາການປ່ຽນແປງຢ່າງວ່ອງໄວ.

        ໃນຂອບເຂດກອງປະຊຸມ, ບັນດາຝ່າຍລ້ວນແຕ່ກໍເຫັນດີວ່າ ຈີເລ ຈະເປັນປະເທດເຈົ້າພາບຈັດຕັ້ງກອງປະຊຸມ COP 25  ໃນທ້າຍປີ 2019.


ຕອບກັບ

ຂ່າວ/ບົດ​ອື່ນ