CPTPP:ສ້າງເງື່ອນໄຂໃຫ້ຫວຽດນາມສືບຕໍ່ຍູ້ແຮງການປະຕິຮູບ

(VOVWORLD) -CPTPP ສາມາດຊ່ວຍ GDP ເພີ່ມຂຶ້ນ 1,32% ແລະ ການສົ່ງອອກຂອງຫວຽດນາມ ເພີ່ມຂຶ້ນ 4,04% ໃນປີ 2035

CPTPP:ສ້າງເງື່ອນໄຂໃຫ້ຫວຽດນາມສືບຕໍ່ຍູ້ແຮງການປະຕິຮູບ  - ảnh 1ທ່ານ ເຈີນຕວນແອັງ ລັດຖະມົນຕີກະຊວງອຸດສາຫະກຳ ການຄ້າຫວຽດນາມ

ພາບ:vietnam+ 

ວັນທີ 21 ມີນາ ຢູ່ ນະຄອນ ເກີນເທີ,  ທ່ານ ເຈີນຕວນແອັງ ລັດຖະມົນຕີກະຊວງອຸດສາຫະກຳ ການຄ້າຫວຽດນາມ, ຮອງຫົວຫນ້າຄະນະຊີ້ນຳລະຫວ່າງຂະແຫນງການເຊື່ອມໂຍງເຂົ້າກັບສາກົນກ່ຽວກັບເສດຖະກິດ ເປັນປະທານ “ກອງປະຊຸມລະຫວ່າງຂະແຫນງຜັນຂະຫຍາຍສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວຫນ້າຂ້າມປາຊີຟິກ (CPTPP), ພັດທະນາຕະຫລາດບັນດາຂະແຫນງສິນຄ້າ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານລັດຖະມົນຕີກະຊວງອຸດສາຫະກຳ ການຄ້າ ຫວຽດນາມ ເຈີນຕວນແອັງ ຊີ້ແຈ້ງວ່າ ສຳລັບດ້ານເສດຖະກິດ, CPTPP ສາມາດຊ່ວຍ GDP ເພີ່ມຂຶ້ນ 1,32% ແລະ ການສົ່ງອອກຂອງຫວຽດນາມ ເພີ່ມຂຶ້ນ 4,04% ໃນປີ 2035. ຍອດວົງເງິນສົ່ງອອກກໍ່ສາມາດເພີ່ມ 3,8%. ເມື່ອເຂົ້າຮ່ວມ CPTPP ສາມາດຊ່ວຍຍອດປະລິມານວຽກເຮັດງານທຳຢູ່ຫວຽດນາມ ເພີ່ມຂຶ້ນສະເລ່ຍ 20.000 -26.000 ຄົນໃນແຕ່ລະປີ. ຄຽງຂ້າງນັ້ນ ເລື່ອງຫລຸດຜ່ອນບັນດາຮົ້ວກີດຂວາງປອດພາສີສຳລັບການຄ້າ ແລະ ການລົງທຶນ ຢູ່ສະມາຊິກ CPTPP ທັງໝົດ ຈະຊ່ວຍຫລຸດຜ່ອນລາຍຈ່າຍ ແລະ ຄວາມສ່ຽງເຮັດທຸລະກິດຢູ່ຫວຽດນາມ, ເພີ່ມກາລະໂອກາດໃຫ້ແກ່ວິສາຫະກິດເປີດກວ້າງຕະຫລາດ ແລະ ຫັນແຫລ່ງການລົງທຶນເປັນຫລາຍຮູບຫລາຍແບບ.

ຕອບກັບ

ຂ່າວ/ບົດ​ອື່ນ