EC ສະເໜີສະພາເອີຣົບຮັບຮອງເອົາຂໍ້ຕົກລົງ FTA ກັບ ຫວຽດນາມ

(VOVWORLD) - ວັນທີ 17 ຕຸລາ, ຄະນະກຳມະການເອີຣົບໄດ້ເຫັນດີເປັນເອກະພາບຮັບຮອງເອົາເລື່ອງຍື່ນສະເໜີຕໍ່ສະພາເອີຣົບ ຕົກລົງການເຊັນ EVFTA ຢ່າງເປັນທາງການ (ຄາດວ່າຈະດຳເນີນໃນທ້າຍປີ 2018) ແລະ ຍື່ນສະເໜີຕໍ່ລັດຖະສະພາ ເອີຣົບ ໃຫ້ສັດຕະຍາບັນ (ໃນຕົ້ນປີ 2019).
EC ສະເໜີສະພາເອີຣົບຮັບຮອງເອົາຂໍ້ຕົກລົງ FTA ກັບ ຫວຽດນາມ - ảnh 1 ພາບປະກອບ / TTXVN 

ນີ້ແມ່ນຂໍ້ຕົກລົງຮອບດ້ານກ່ຽວກັບການເປີດປະຕູຕະຫລາດແຫ່ງທຳອິດຂອງສະຫະພາບ ເອີຣົບ (ອີຢູ) ກັບປະເທດພວມພັດທະນາຢູ່ ອາຊີ. ເລື່ອງຄະນະກຳມະການ ເອີຣົບ ຮັບຮອງເອົາ EVFTA ກ່ອນທີ່ຈະໄຂກອງປະຊຸມສຸດຍອດ ອາຊີ - ເອີຣົບ ຄັ້ງທີ 12 (ASEM 12) ແມ່ນສານສະບັບໃໝ່, ມີຄວາມເຂັ້ມແຂງ ແລະ ແມ່ນການກະທຳລະອຽດ ຢັ້ງຢືນຕໍ່ປະຊາຄົມສາກົນກ່ຽວກັບຄວາມມານະພະຍາຍາມຍູ້ແຮງການເຊື່ອມຕໍ່, ຮ່ວມມືພາກພື້ນລະຫວ່າງ ເອີຣົບ ແລະ ອາຊີ.

        ແລະກໍ່ໃນຕອນບ່າຍວັນດຽວກັນ, ຄະນະກຳມະການ ເອີຣົບ ໄດ້ຈັດການປະຊຸມຂ່າວຢ່າງເປັນທາງການ ເພື່ອປະກາດຂໍ້ມູນຂ່າວສານຕັ້ງໜ້ານີ້ ແລະ ຢືນຢັນຄຳໝັ້ນສັນຍາວ່າ ຈະຊຸກຍູ້ນຳສັນຍາສະບັບນີ້ ນຳເຂົ້າປະຕິບັດໃນໄລຍະໄວທີ່ສຸດ.

ແຈ້ງການຂອງ ອີຢູ ທີ່ຄັດສະເໜີຈາກຄຳເຫັນຂອງທ່ານປະທານຄະນະກຳມະການ ເອີຣົບ (EC) Jean Claude Junker ໄດ້ເນັ້ນໜັກວ່າ: ສັນຍາການຄ້າເສລີກັບ ຫວຽດນາມ ເປັນຕົວຢ່າງດີເດັ່ນ, ສະແດງໃຫ້ເຫັນນະໂຍບາຍການຄ້າໃນປັດຈຸບັນຂອງ ອີຢູ, ນຳມາເຊິ່ງຜົນປະໂຫຍດທີ່ບໍ່ເຄີຍມີມາກ່ອນໃຫ້ແກ່ວິສາຫະກິດ ແລະ ປະຊາຊົນ ເອີຣົບ ແລະ ຫວຽດນາມ.

ຕາມຂໍ້ກຳນົດແລ້ວ, ບັນດາຂໍ້ຕົກລົງກ່ຽວກັບດ້ານການຄ້າ ແລະ ການລົງທຶນລະຫວ່າງ ອີຢູ ແລະ ຫວຽດນາມ ຕ້ອງໄດ້ຮັບການໃຫ້ສັດຕະຍາບັນຈາກລັດຖະສະພາ ເອີຣົບ (EP) ແລະ 28 ປະເທດສະມາຊິກ ອີຢູ.

ຕອບກັບ

ຂ່າວ/ບົດ​ອື່ນ