EU ກະຕຸກຊຸກຍູ້ ອາເມລິກາ, ຈີນ ແລະ ລັດເຊຍ ສະກັດກັ້ນ “ການປະທະກັນ ແລະ ສະພາບສັບສົນວຸ້ນວາຍ” ດ້ານການຄ້າ

(VOVWORLD) - ຕາມທ່ານປະທານ EC ແລ້ວ, ເອີລົບ, ຈີນ, ອາເມລິກາ ແລະ ລັດເຊຍ ຕ້ອງມີ “ພາລະໜ້າທີ່ລວມ” ນັ້ນແມ່ນບໍ່ທຳລາຍຄວາມເປັນລະບຽບຮຽບຮ້ອຍດ້ານການຄ້າໂລກເຊິ່ງຕ້ອງປັບປຸງມັນດ້ວຍການປະຕິຮູບບັນດາຂໍ້ກຳນົດການຄ້າສາກົນ.

EU ກະຕຸກຊຸກຍູ້ ອາເມລິກາ, ຈີນ ແລະ ລັດເຊຍ ສະກັດກັ້ນ “ການປະທະກັນ ແລະ ສະພາບສັບສົນວຸ້ນວາຍ” ດ້ານການຄ້າ - ảnh 1

ທ່ານ Donald Tusk, ປະທານສະພາເອີລົບ 

(ພາບ: AFP/TTXVN)

ກ່າວຄຳເຫັນທີ່ວາລະໄຂກອງປະຊຸມສຸດຍອດປະຈຳປີລະຫວ່າງ ຈີນ ແລະ EU ຢູ່ ປັກກິ່ງ, ໃນວັນທີ 16 ກໍລະກົດ, ທ່ານ Donald Tusk, ປະທານສະພາເອີລົບ ໄດ້ຮຽກຮ້ອງໃຫ້ ອາເມລິກາ, ຈີນ ແລະ ລັດເຊຍ ສົມທົບນຳກັນເພື່ອຫຼີກລ້ຽງ “ການປະທະກັນ ແລະ ສະພາບສັບສົນວຸ້ນວາຍ” ດ້ານການຄ້າເພື່ອແນໃສ່ສະກັດກັ້ນບັນຫາຄວາມເຄັ່ງຕຶງດ້ານການຄ້າກາຍເປັນການສູ້ຢັນກັນຢ່າງຮ້າຍແຮງ.

        ຕາມທ່ານປະທານ EC ແລ້ວ, ເອີລົບ, ຈີນ, ອາເມລິກາ ແລະ ລັດເຊຍ ຕ້ອງມີ “ພາລະໜ້າທີ່ລວມ” ນັ້ນແມ່ນບໍ່ທຳລາຍຄວາມເປັນລະບຽບຮຽບຮ້ອຍດ້ານການຄ້າໂລກເຊິ່ງຕ້ອງປັບປຸງມັນດ້ວຍການປະຕິຮູບບັນດາຂໍ້ກຳນົດການຄ້າສາກົນ. ທ່ານ Tusk ໄດ້ກ່າວເຕືອນບັນດາຝ່າຍບໍ່ຄວນຈູດສະນວນສົງຄາມການຄ້າທີ່ເຄີຍກາຍເປັນບັນດາການ “ປະທະກັນທີ່ເຄັ່ງຮ້ອນ” ຄືປະຫວັດສາດໄດ້ຮັບຮູ້. ທ່ານເນັ້ນໜັກວ່າ ໂລກຄວນປະຕິຮູບດ້ານການຄ້າ ຫາກບໍ່ແມ່ນການປະທະກັນ, ແລະ “ຍັງມີເວລາເພື່ອສະກັດກັ້ນການປະທະກັນ ແລະ ສະພາບສັບສົນວຸ້ນວາຍ”

ຕອບກັບ

ຂ່າວ/ບົດ​ອື່ນ