EVFTA ແມ່ນ​ເສັ້​ນ​ທາງ​ດ່ວນ​ທາງ​ທິດ​ຕາ​ເວັນ​ຕົກ

(VOVWORLD) -ຫວຽດນາມ ແລະ ສະຫະພາບ ເອີລົບ (EU) ໄດ້ກຳນົດວັນເວລາລົງນາມໃນສັນຍາການຄ້າເສລີ EU – ຫວຽດນາມ (EVFTA) ໃນທ້າຍເດືອນມິຖຸນານີ້. ສັນຍານີ້ໄດ້ເປີດຕະຫຼາດທີ່ກ້ວາງໃຫຍ່ໃຫ້ແກ່ສິນຄ້າສົ່ງອອກຂອງ ຫວຽດນາມ ແລະ ໝັ້ນໝາຍວ່າຈະດຶງດູດໄດ້ນັກລົງທຶນຊາວເອີລົບຫຼາຍທ່ານລົງທຶນເຂົ້າ ຫວຽດນາມ.
EVFTA ແມ່ນ​ເສັ້​ນ​ທາງ​ດ່ວນ​ທາງ​ທິດ​ຕາ​ເວັນ​ຕົກ - ảnh 1ພາບປະກອບ (ພາບ: TTXVN) 

EVFTA ແມ່ນຂໍ້ຕົກລົງການຄ້າເສລີ “ມີຄວາມມັກໃຫຍ່ໄຝ່ສູງທີ່ສຸດແຕ່ກ່ອນມາຮອດປັດຈຸບັນ” ເຊິ່ງ EU ເຄີຍໄດ້ລົງນາມກັບປະເທດທີ່ກຳລັງພັດທະນາ. ດ້ວຍສັນຍານີ້, ການເພີ່ມທະວີວົງເງິນສົ່ງອອກຂອງ ຫວຽດນາມ ໄປຍັງ ເອີລົບສາມາດເພີ່ມຂຶ້ນ ທົບ 2 ເທົ່າ, ຊ້ຳບໍ່ໜຳທົບ 3 ເທົ່າໃນໄລຍະຈະມາເຖິງ. ທ່ານ ຫວູຕຽນໂລກ, ຫົວໜ້າຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ ໃຫ້ຮູ້ວ່າ:

        “ຕະຫຼາດເອີລົບແມ່ນຕະຫຼາດມີລັກສະນະ ເພີ່ມເຕີມ, ໜູນຊ່ວຍໃຫ້ກັນ ແລະ ບໍ່ໄດ້ແກ້ງແຍ້ງກັບພວກເຮົາໂດຍກົງ. ເປັນຕະຫຼາດທີ່ດີທີ່ສຸດເພື່ອໃຫ້ ຫວຽດນາມ ເພີ່ມມູນຄ່າເພີ່ມໃຫ້ແກ່ສິນຄ້າສົ່ງອອກ. ທີ່ສອງແມ່ນຈະດຶງດູດ ນັກລົງທຶນທີ່ມາຈາກເອີລົບເຂົ້າລົງທຶນໃນ ຫວຽດນາມຢ່າງຫຼວງຫຼາຍ. ເຂົາເຈົ້າມີເຕັກໂນໂລຢີສຳຄັນ ແລະ ມີແຫຼ່ງການເງິນທີ່ອຸດົມສົມບູນ, ດັ່ງນັ້ນ, ອາດຈະຍົກສູງຄຸນນະພາບການລົງທຶນເຂົ້າ ຫວຽດນາມ.”

ຕອບກັບ

ຂ່າວ/ບົດ​ອື່ນ