G20 ຮຽກຮ້ອງຊຸກຍູ້ລະບົບການຄ້າຫລາຍຝ່າຍ

(VOVWORLD) - ກອງປະຊຸມລັດຖະມົນຕີກະຊວງກະສິກຳກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນ (G20) ໃນວັນທີ 28 ກໍລະກົດ ໄດ້ອັດລົງພາຍຫລັງດຳເນີນປະຊຸມຢູ່ນະຄອນຫລວງ Buenos Aires ປະເທດ ອາກຊັງຕີນ ເປັນເວລາ 2 ວັນ.
G20 ຮຽກຮ້ອງຊຸກຍູ້ລະບົບການຄ້າຫລາຍຝ່າຍ - ảnh 1G20 ຮຽກຮ້ອງຊຸກຍູ້ລະບົບການຄ້າຫລາຍຝ່າຍ (ພາບ: EFE-EPA/TTXVN)

ຖະແຫຼງການຮ່ວມສິ້ນສຸດກອງປະຊຸມໄດ້ຕຳໜິຕິຕຽນສະພາບການປົກປ້ອງການຄ້າ, ພ້ອມທັງໃຫ້ຄຳໝັ້ນສັນຍາວ່າ ປະຕິຮູບຂໍ້ກຳນົດອົງການການຄ້າໂລກ (WTO) ແນໃສ່ຫຼີກລ້ຽງການຂັດແຍ້ງດ້ານການຄ້າ. ບັນດາລັດຖະມົນຕີກະຊວງກະສິກຳກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນ (G20) ໃຫ້ຄຳໝັ້ນສັນຍາວ່າ ຫຼີກລ້ຽງການນຳໃຊ້ບັນດາຮົ້ວກີດຂວາງບໍ່ຈຳເປັນໃນການຄ້າສາກົນ, ພ້ອມທັງ ຢືນຢັນວ່າ: ຈະເຄົາລົບສິດ ແລະ ພັນທະຕາມບັນດາຂໍ້ຕົກລົງຂອງ WTO. ຖະແຫຼງການຮ່ວມຂອງກອງປະຊຸມ ກໍ່ຍອມຮັບຄວາມສຳຄັນຂອງລະບົບການຄ້າຫລາຍຝ່າຍຢ່າງໂປ່ງໃສ ແລະ ເປີດປະຕູດ້ວຍຫຼັກການຈະແຈ້ງ. ກອງປະຊຸມກໍ່ຮຽກຮ້ອງເພີ່ມທະວີການຮ່ວມມືສາກົນໃນການຕໍ່ສູ້ຕ້ານການປ່ຽນແປງຂອງດິນຟ້າອາກາດ ພວມແມ່ນໄພນາບຂູ່ໃຫຍ່ຫລວງສຳລັບຂະແໜງກະສິກຳ.

ຕອບກັບ

ຂ່າວ/ບົດ​ອື່ນ