G20 ຮຽກຮ້ອງເພີ່ມທະວີການເຈລະຈາກ່ຽວກັບຄວາມເຄັ່ງຕຶງດ້ານການຄ້າ

(VOVWORLD) -ຕາມຮ່າງບົດແຈ້ງການທາງສື່ມວນຊົນຈາກກອງປະຊຸມກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນ (G20) ພວມດຳເນີນຢູ່ນະຄອນຫຼວງ Buenos Aires ຂອງອາກຊັງຕິນ ແລ້ວ

ບັນດາລັດຖະມົນຕີການເງິນ ແລະ ຜູ້ວ່າການທະນາຄານສູນກາງ G20 ຖືວ່າ, ຄວາມເຄັ່ງຕຶງດ້ານການຄ້າ ແລະ ການເມືອງທີ່ເພີ່ມຂຶ້ນ ພວມກໍ່ຄວາມສ່ຽງນັບມື້ນັບຫຼາຍໃຫ້ແກ່ການເຕີບໂຕທົ່ວໂລກ, ພ້ອມທັງຮຽກຮ້ອງໃຫ້ບັນດາຝ່າຍເພີ່ມທະວີການເຈລະຈາ.

        ຕາມແຈ້ງການສື່ມວນຊົນຊີ້ແຈ້ງວ່າ, ບັນດາພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນ ຍັງພວມປະເຊີນໜ້າກັບບັນດາສິ່ງທ້າທາຍຈາກຕະຫຼາດ ແລະ ການພິກປີ້ນຂອງແຫຼ່ງທຶນ. ຕາມແຈ້ງການສື່ມວນຊົນກໍຢືນຢັນຄືນໃໝ່ບັນດາຄຳໝັ້ນສັນຍາຈາກກອງປະຊຸມຂັ້ນລັດຖະມົນຕີການເງິນ G20 ເຊິ່ງໄດ້ດຳເນີນເມື່ອເດືອນມີນາ ຜ່ານມາ ເພື່ອແນໃສ່ສະກັດກັ້ນການທຳລາຍລາຄາແກ່ງແຍ້ງທີ່ອາດສົ່ງຜົນກະທົບທີ່ບໍ່ສະດວກເຖິງການຮັບປະກັນຄວາມໝັ້ນທຽງດ້ານການເງິນທົ່ວໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ