G20 ໃຫ້ຄຳໝັ້ນສັນຍາຊຸກຍູ້ການສຳພັດກັບພະລັງງານຢ່າງກ້ວາງຂວາງ

(VOVWORLD) - ວັນທີ 15 ມິຖຸນາ, ກອງປະຊຸມລັດຖະມົນຕີພະລັງງານກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນແຖວໜ້າໂລກ (G20) ໄດ້ສິ້ນສຸດລົງພາຍຫລັງດຳເນີນມາເປັນເວລາ 2 ວັນຢູ່ນະຄອນ Bariloche, ປະເທດ ອາກຊັງຕິນ,
G20 ໃຫ້ຄຳໝັ້ນສັນຍາຊຸກຍູ້ການສຳພັດກັບພະລັງງານຢ່າງກ້ວາງຂວາງ - ảnh 1G20 ໃຫ້ຄຳໝັ້ນສັນຍາຊຸກຍູ້ການສຳພັດກັບພະລັງງານຢ່າງກ້ວາງຂວາງ (ພາບ:  EPA-EFE/TTXVN)

ດ້ວຍຄຳໝັ້ນສັນຍາຈະ ຊຸກຍູ້ການສຳພັດພະລັງງານຢ່າງກ້ວາງຂວາງ, ກໍ່ຄືຄວາມຈຳເປັນ ຕ້ອງລົບລ້າງການຂາດແຄນພະລັງງານ. ທີ່ກອງປະຊຸມຄັ້ງນີ້, G20 ໄດ້ສຸມໃສ່ປຶກສາຫາລືບັນດານະໂຍບາຍຊຸກຍູ້ການຫັນປ່ຽນໄປສູ່ລະບົບພະລັງງານໄຫວພິບ, ໂປ່ງໃສ ແລະ ສະອາດກ່ວາ.

        ເຂົ້າຮ່ວມກອງປະຊຸມຄັ້ງນີ້ ມີ 20 ພື້ນຖານເສດຖະກິດສະມາຊິກ ພ້ອມດ້ວຍແຂກຖືກເຊີນແມ່ນ ແອັດສະປາຍ, ໂຮນລັງ ແລະ ຈີເລ ແລະ ຜູ້ຕາງໜ້າຂອງອົງການຈັດຕັ້ງສາກົນບາງແຫ່ງ. ບັນດາປະເທດ G20 ກວມເອົາ 2/3 ຈຳນວນປະຊາກອນໂລກ ແລະ 85% GDP ທົ່ວໂລກ, ນຳໃຊ້ແຫຼ່ງພະລັງງານ 77%  ແລະ ກ່ວາ 80% ຂອງແຫຼ່ງພະລັງງານຜະລິດຄືນໃໝ່ໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ