IAEA ຢັ້ງຢືນ ອີຣານ ຍັງປະຕິບັດຂໍ້ຕົກລົງນິວເຄຼຍ

(VOVWORLD) - ວັນທີ 12 ພະຈິກ, ອົງການພະລັງງານປະລະມານູສາກົນ (IAEA) ໄດ້ປະກາດບົດລາຍງານຫຼ້າສຸດກ່ຽວກັບບັນຫານິວເຄຼຍ ອີຣານ

ພາຍຫຼັງທີ່ ອາເມລິກາ ຈັດວາງບັນດາມາດຕະການລົງທຶນໃໝ່ຕໍ່ ອີຣານ ພຽງ 2 – 3 ວັນ, ວັນທີ 12 ພະຈິກ, ອົງການພະລັງງານປະລະມານູສາກົນ (IAEA) ໄດ້ປະກາດບົດລາຍງານຫຼ້າສຸດກ່ຽວກັບບັນຫານິວເຄຼຍ ອີຣານ, ໃນຂະນະນັ້ນ, ໄດ້ຊີ້ແຈ້ງວ່າ ເຕເຮຣານ ໄດ້ເຄົາລົບບັນດາມາດຕາໃນຂໍ້ຕົກລົງນິວເຄຼຍກັບບັນດາປະເທດມະຫາອຳນາດໃນໂລກ.

        ບົດລາຍງານຫຼ້າສຸດຈາກອົງການຕິດຕາມກວດກາປະລະມານູຂອງ ສປຊ ໄດ້ສະແດງໃຫ້ເຫັນວ່າ: ນັບແຕ່ຕົ້ນເດືອນພະຈິກ, ອີຣານ ໄດ້ປະຕິບັດບັນດາຂໍ້ຈຳກັດທີ່ວາງອອກຕໍ່ໂຄງການນິວເຄຼຍຂອງປະເທດນີ້ໃນຂໍ້ຕົກລົງນິວເຄຼຍໃໝ່ກັບກຸ່ມ P5+1 ໃນປີ 2015, ຫຼືເອີ້ນວ່າແຜນການເຄື່ອນໄຫວລວມຮອບດ້ານ (JCPOA).

        ອາເມລິກາ ໄດ້ຈັດວາງບັນດາມາດຕະການລົງໂທດໃໝ່ຕໍ່ອີຣານ ເຊິ່ງມີຜົນສັກສິດແຕ່ວັນທີ 5 ພະຈິກ. ສິ່ງດັ່ງກ່າວໄດ້ກໍ່ໃຫ້ເກີດຄວາມວິຕົກວັງວົນກ່ຽວກັບເລື່ອງ ຂໍ້ຕົກລົງນິວເຄຼຍອາດຈະສືບຕໍ່ຄົງຕົວໄດ້ຫຼືບໍ່?

ຕອບກັບ

ຂ່າວ/ບົດ​ອື່ນ