IS ຍອມຮັບດຳເນີນເຫດວາງລະເບີດຢູ່ ອິນໂດເນເຊຍ

(VOVWORLD) -IS ມີສ່ວນກ່ຽວຂ້ອງເຖິງເຫດວາງລະເບີດ 2 ຄັ້ງດັ່ງກ່າວ, ພ້ອມທັງປະກາດລາຍຊື່ຂອງຜູ້ຖືກສົງໄສ 2 ຄົນໃນເຫດວາງລະເບີດສະຫຼະຊີບນີ້. 
IS ຍອມຮັບດຳເນີນເຫດວາງລະເບີດຢູ່ ອິນໂດເນເຊຍ - ảnh 1 ສະຖານທີ່ເກີດເຫດ

ອົງການລັດອິດສະລາມ (IS) ຍອມຮັບຜິດວ່າໄດ້ກໍ່ເຫດວາງລະເບີດ 2 ຄັ້ງຢ່າງລຽນຕິດໃນວັນທີ 24 ພຶດສະພາ ຢູ່ຄິວລົດເມສາຍດ່ວນ Transjakarta ຢູ່ເຂດ Kampung Melayu, ທາງທິດຕາເວັນອອກນະຄອນຫຼວງ ຈາກາຕາ, ເຮັດໃຫ້ຢ່າງໜ້ອຍສຸດມີຕຳຫຼວດ 3 ຄົນເສຍຊີວິດ ແລະ 12 ຄົນຖືກຮັບບາດເຈັບ. ໜ້າເວັບຂ່າວສານ Amaq ຂອງ IS ໃຫ້ຮູ້ວ່າ: ເປົ້າໝາຍປະຕິບັດເຫດບຸກໂຈມຕີແນໃສ່ຕຳຫຼວດ ອິນໂດເນເຊຍ ຢູ່ ຈາກາຕາ ແມ່ນມືປືນຂອງ IS.

ກ່ອນໜ້ານັ້ນ, ຕຳຫຼວດ ອິນໂດເນເຊຍ ກໍ່ຖືວ່າ: IS ມີສ່ວນກ່ຽວຂ້ອງເຖິງເຫດວາງລະເບີດ 2 ຄັ້ງດັ່ງກ່າວ, ພ້ອມທັງປະກາດລາຍຊື່ຂອງຜູ້ຖືກສົງໄສ 2 ຄົນໃນເຫດວາງລະເບີດສະຫຼະຊີບນີ້. 

ຕອບກັບ

ຂ່າວ/ບົດ​ອື່ນ