JICA ສືບຕໍ່ມານະພະຍາຍາມຮ່ວມມືກັບຫວຽດນາມ

(VOVWORLD) -ໃນເຄິ່ງປີການເງິນ 2017, ນັບແຕ່ເດືອນ ເມສາ ຮອດເດືອນ ກັນຍາ, ຍອດມູນຄ່າທຶນກູ້ຢືມ ODA ຂອງຍີ່ປຸ່ນ ທີ່ໃຫ້ຄຳໝັ້ນສັນຍາໃໝ່ກັບຫວຽດນາມ ແມ່ນ 61,8 ຕື້ເຢີນ; ໃນນັ້ນ, ຈຳນວນທຶນໄດ້ຮັບການປ່ອຍເງິນແມ່ນກວ່າ 51 ຕື້ເຢີນ.

JICA ສືບຕໍ່ມານະພະຍາຍາມຮ່ວມມືກັບຫວຽດນາມ - ảnh 1 JICA ສືບຕໍ່ມານະພະຍາຍາມຮ່ວມມືກັບຫວຽດນາມ

(ພາບ: TTXVN)

ບັນດາໂຄງການຮ່ວມມືພັດທະນາ ໄດ້ສຸມໃສ່ເຂົ້າໃນ 3 ຂົງເຂດເສົາຄ້ຳແມ່ນ: ຊຸກຍູ້ການເຕີບໂຕ ແລະ ຍົກສູງກຳລັງແກ່ງແຍ້ງ; ຮັບມີກັບບັນດາບັນຫາຖືກຄວາມສ່ຽງໄພສູງກວ່າເພີ່ນ ແລະ ເພີ່ມທະວີການຄຸ້ມຄອງ. ນີ້ແມ່ນຂໍ້ມູນຂ່າວເຊິ່ງທ່ານ Fujira Yasuo, ຫົວໜ້າຜູ້ຕາງໜ້າອົງການຮ່ວມມືສາກົນຍີ່ປຸ່ນ (JICA) ປະຈຳຫວຽດນາມ ຍົກອອກມາ ທີ່ການປະຊຸມຂ່າວໃນວັນທີ 18 ຕຸລາ, ຢູ່ຮ່າໂນ້ຍ. ແລະກໍ່ນະທີ່ນີ້, ທ່ານ Fujira Yasuo ໄດ້ໃຫ້ຂໍ້ມູນຂ່າວກ່ຽວກັບການກຳນົດທິດໃນເຄິ່ງປີການເງິນທີ່ຍັງເຫຼືອແມ່ນມຸ່ງໄປເຖິງການຊຸກຍູ້ການເຕີບໂຕ ແລະ ຍົກສູງກຳລັງແກ່ງແຍ້ງ, ກໍ່ສ້າງພື້ນຖານໂຄງລ່າງ. ຕາມນັ້ນແລ້ວ, ໃນໄລຍະຈະມາເຖິງ, JICA ສືບຕໍ່ ມານະພະຍາຍາມຮ່ວມມືກັບຫວຽດນາມ ໃນລະດັບສູງກວ່າ ແລະ ປາດຖະໜາຢາກປຶກສາຫາລືກ່ຽວກັບບັນດາບັນຫາຄື: ສ້າງບັນດາໂຄງການທີ່ມີລະດັບບຸລິມະສິດສູງ, ປະຕິບັດການຜັນຂະຫຍາຍໂຄງການຕ່າງໆຢ່າງມີປະສິດທິຜົນ, ນຳໃຊ້ແຫຼ່ງທຶນຈາກພາກສ່ວນເອກະຊົນ, ຊຸກຍູ້ການລົງທຶນຈາກບັນດາວິສາຫະກິດຍີ່ປຸ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ