KCNA: ສັນຕິພາບໃນແຫຼມເກົາຫຼີ ແມ່ນຂຶ້ນກັບການທ່າທີຂອງ ອາເມລິກາ

(VOVWORLD) -ທ່ານປະທານ ສປປ.ເກົາຫຼີ Kim Jong –un ຖືວ່າ ສັນຕິພາບ ແລະ ຄວາມໝັ້ນຄົງໃນແຫຼມເກົາຫຼີ ໃນອະນາຄົດ ແມ່ນຂຶ້ນກັບທ່າທີຂອງ ອາເມລິກາ ຢ່າງສົມບູນ. 
KCNA: ສັນຕິພາບໃນແຫຼມເກົາຫຼີ ແມ່ນຂຶ້ນກັບການທ່າທີຂອງ ອາເມລິກາ - ảnh 1ທ່ານປະທານ ສປປ.ເກົາຫຼີ Kim Jong –un ທີ່ການພົບປະກັບທ່ານປະທານາທິບໍດີ ລັດເຊຍ Vladimir Putin ວັນທີ 25 ເມສາ (ພາບ: AFP/TTXVN)

ຕາມສໍານັກຂ່າວສານສູນກາງ ສປປ.ເກົາຫຼີ KCNA ແລ້ວ, ວັນທີ 26 ເມສາ ກ່າວຄໍາເຫັນທີກອງປະຊຸມສຸດຍອດ ກັບທ່ານປະທານາທິບໍດີ ລັດເຊຍ Vladimir Putin, ທ່ານປະທານ ສປປ.ເກົາຫຼີ Kim Jong –un ຖືວ່າ ສັນຕິພາບ ແລະ ຄວາມໝັ້ນຄົງໃນແຫຼມເກົາຫຼີ ໃນອະນາຄົດ ແມ່ນຂຶ້ນກັບທ່າທີຂອງ ອາເມລິກາ ຢ່າງສົມບູນ. ສໍານັກຂ່າວສານ KCNA ໄດ້ຄັດສະເໜີບົດກ່າວປາໄສ ຂອງທ່ານ Kim Jong –un ໂດຍຊີ້ແຈ້ງວ່າ “ສະພາບການໃນແຫຼມເກົາຫຼີ ແລະ ພາກພື້ນພວມຕົກເຂົ້າສູ່ສະພາບຈົນຕາແຈ ແລະ ຈົນຮອດຂັ້ນຮ້າຍແຮງ ເຊິ່ງໄດ້ນາບຂູ່ໃຫ້ກັບຄືນໄປຢູ່ເສ້ັນເລີ່ມຕົ້ນ ຍ້ອນທ່າທີຂອງ ອາເມລິກາ ພຽງລໍາພັງຝ່າຍດຽວ ຢູ່ກອງປະຊຸມສຸດຍອດ ລະຫວ່າງ ອາເມລິກາ - ສປປ.ເກົາຫຼີ ຄັ້ງທີ 2 ຫວ່າງແລ້ວນີ້.” KCNA ກໍໄດ້ໃຫ້ຂ່າວວ່າ ທັງ ລັດເຊຍ ແລະ ສປປ.ເກົາຫຼີ ຕ່າງກໍເຫັນດີປະຕິບັດບັນດາມາດຕະການຕັ້ງໜ້າໃນຫຼາຍຂົງເຂດ ເພື່ອຮ່ວມມືກັນໃຫ້ຫຼາຍກວ່າອີກກ່ຽວກັບດ້ານການຄ້າ, ເສດຖະກິດ, ວິທະຍາສາດ ແລະ ເຕັກໂນໂລຢີ ລະຫວ່າງສອງປະເທດ.


ຕອບກັບ

ຂ່າວ/ບົດ​ອື່ນ