King Coffee - ເຄື່ອງໝາຍກາເຟຫວຽດນາມ ຈະປະກົດຕົວໃນບັນດາລະບົບຂາຍຍ່ອຍຢູ່ລັດເຊຍ

(VOVWORLD) -ເນື່ອງໃນໂອກາດການຢ້ຽມຢາມສະຫະພັນລັດເຊຍ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຜ່ານມາ

King Coffee - ເຄື່ອງໝາຍກາເຟຫວຽດນາມ ຈະປະກົດຕົວໃນບັນດາລະບົບຂາຍຍ່ອຍຢູ່ລັດເຊຍ - ảnh 1 ຜູ້ຊົມໃຊ້ລັດເຊຍ ຈະໄດ້ເລືອກເຟັ້ນຜະລິດຕະພັນຂອງ King Coffee

ໃນລະບົບຮ້ານຄ້າຂາຍຍ່ອຍ 18.000 ຮ້ານ

(ພາບປະກອບ: nhandan.com.vn)

ຜູ້ຕາງໜ້າບໍລິສັດ Trung Nguyen International, ເຊິ່ງແມ່ນວິສາຫະກິດຜະລິດ, ປຸງແຕ່ງ ແລະ ດຳເນີນທຸລະກິດກາເຟ ຂອງຫວຽດນາມ, ໄດ້ລົງນາມກັບບາງກຸ່ມບໍລິສັດຂາຍຍ່ອຍທີ່ມີຊື່ສຽງຂອງລັດເຊຍ ໂດຍສະໜອງບັນດາຜະລິດຕະພັນຍີຫໍ້ King Coffee ໃນລະບົບຮ້ານຄ້າຂອງບັນດາກຸ່ມບໍລິສັດນີ້ຢູ່ສະຫະພັນລັດເຊຍ. ຕາມແຜນການແລ້ວ, ໃນເວລາ ພຽງ 2 – 3 ເດືອນ, ເມື່ອເຮັດບັນດາລະບຽບການສຳເລັດ, ຜູ້ຊົມໃຊ້ລັດເຊຍ ຈະໄດ້ເລືອກເຟັ້ນຜະລິດຕະພັນຂອງ King Coffee ໃນລະບົບຮ້ານຄ້າຂາຍຍ່ອຍ 18.000 ຮ້ານ ຂອງກຸ່ມບໍລິສັດຂາຍຍ່ອຍ Magnit ຂອງລັດເຊຍ, ຕໍ່ຈາກນັ້ນຈະແມ່ນລະບົບຮ້ານຄ້າ Pyatyerka. ນີ້ແມ່ນ 2 ຮ້ານສັບພະສິນຄ້າໃຫຍ່ຂອງລັດເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ