NATO ແຕ່ງຕັ້ງທ່ານ Stoltenberg ເປັນເລຂາທິການໃຫຍຕື່ມອີກໄລຍະໜຶ່ງ

(VOVWORLD) -ວັນທີ 12 ທັນວາ, ອົງການສົນທິສັນຍາອັດລັງຕິກເໜືອ (NATO) ໄດ້ແຕ່ງຕັ້ງທ່ານ Jens Stoltenberg ດຳລົງຕຳແໜ່ງເລຂາທິການໃຫຍ່ຂອງອົງການນີ້ຕື່ມອີກໄລຍະໜຶ່ງ.

NATO ແຕ່ງຕັ້ງທ່ານ Stoltenberg ເປັນເລຂາທິການໃຫຍຕື່ມອີກໄລຍະໜຶ່ງ - ảnh 1NATO ແຕ່ງຕັ້ງທ່ານ Stoltenberg ເປັນເລຂາທິການໃຫຍຕື່ມອີກໄລຍະໜຶ່ງ

(ພາບ: THX/TTXVN)

ໃນແຈ້ງການສະບັບ 1 ທີ່ຫາກໍ່ໄດ້ຍົກອອກມາ, ສະພາອັດລັງຕິກເໜືອໄດ້ຍົກອອກບັນດາລັດຖະນະໂຍບາຍທີ່ສຳຄັນຂອງ NATO ເຊິ່ງໃຫ້ຮູ້ວ່າ, 29 ປະເທດສະມາຊິກຕ່າງກໍ່ມີຄວາມ “ເຊື່ອໝັ້ນ” ຕໍ່ການນຳພາຂອງທ່ານ Stoltenberg ແລະ ເຫັນດີຕໍ່ກຳນົດເວລາຂອງທ່ານຮອດວັນທີ 30 ກັນຍາ 2020. ດ້ວຍຂໍ້ຕົກລົງດັ່ງກ່າວ, ທ່ານ Stoltenberg ສືບຕໍ່ນຳສຳພັນທະມິດເຂົ້າຮ່ວມກອງປະຊຸມສຸດຍອດ ເຊິ່ງຈະດຳເນີນໃນເດືອນ ກໍລະກົດ 2018 ດ້ວຍສິ່ງທ້າທາຍທົ່ວໂລກຫຼາຍຢ່າງ ຄືບັນຫາສປປ.ເກົາຫຼີ ແລະ ການປ່ຽນແປງທັດສະນະຂອງອາເມລິກາ ກ່ຽວກັບ NATO ພາຍໃຕ້ການຊີ້ນຳນຳພາຂອງທ່ານປະທານາທິບໍດີອາເມລິກາ Donald Trump.

ຕອບກັບ

ຂ່າວ/ບົດ​ອື່ນ