OANA 44 - ເພື່ອພື້ນຖານສື່ມວນຊົນເປັນມືອາຊີບ ແລະ ປະດິດຄິດສ້າງ

(VOVWORLD) -  ກອງປະຊຸມ ຄະນະບໍລິຫານງານ ອົງການບັນດາສໍານັກຂ່າວສານ ອາຊີ - ປາຊີຟິກ (OANA) ຄັ້ງທີ 44 ດ້ວຍຫົວຂໍ້ວ່າ “ເພື່ອພື້ນຖານສື່ມວນຊົນເປັນມືອາຊີບ ແລະ ປະດິດຄິດສ້າງ” ຖືກໄຂຂຶ້ນໃນວັນທີ 19 ເມສາ, ຢູ່ຮ່າໂນ້ຍ. 

      ກອງປະຊຸມ ໂດຍສໍານັກຂ່າວສານຫວຽດນາມ ເປັນເຈົ້າພາບຈັດຕັ້ງ ດ້ວຍການເຂົ້າຮ່ວມຂອງຜູ້ແທນສາກົນ 40 ຄົນ ເຊິ່ງແມ່ນການນໍາ ແລະ ຜູ້ຕາງໜ້າບັນດາສໍານັກຂ່າວສານໃຫຍ່ໃນພາກພື້ນ. ເຂົ້າຮ່ວມ ແລະ ກ່າວຄໍາເຫັນທີ່ພິທີໄຂ OANA 44, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ ເນັ້ນໜັກວ່າ:

        “ຫົວຂໍ້ຂອງກອງປະຊຸມ “ເພື່ອພື້ນຖານສື່ມວນຊົນເປັນມືອາຊີບ ແລະ ປະດິດຄິດສ້າງ” ໄດ້ສະແດງໃຫ້ເຫັນເປົ້າໝາຍ, ທິດນໍາຂອງ ອົງການບັນດາສໍານັກຂ່າວສານ ອາຊີ - ປາຊີຟິກ ແລະ ບັນດາອົງການສໍານັກຂ່າວສານສະມາຊິກໄດ້ວາງອອກ. ພື້ນຖານສື່ມວນຊົນປະດິດຄິດສ້າງຈະດຶງດູດມະຫາຊົນ, ຮັກສາ ແລະ ປັບປຸງຄວາມໄວ້ເນື້ອເຊື່ອໃຈໃນໝູ່ມະຫາຊົນ.”

OANA 44 - ເພື່ອພື້ນຖານສື່ມວນຊົນເປັນມືອາຊີບ ແລະ ປະດິດຄິດສ້າງ	 - ảnh 1 ກອງປະຊຸມ ຄະນະບໍລິຫານງານ ອົງການບັນດາສໍານັກຂ່າວສານ ອາຊີ - ປາຊີຟິກ (OANA) ຄັ້ງທີ 44 

        ທ່ານ Aslan Aslanov, ຜູ້ອໍານວຍການໃຫຍ່ ສໍານັກຂ່າວສານ Azertac (Azerbaijan), ປະທານອົງການບັນດາສໍານັກຂ່າວສານ ອາຊີ - ປາຊີຟິກ ອາຍຸການ 2016 – 2019, ຊີ້ແຈ້ງວ່າ:

        “ການພັດທະນາຂອງເຕັກໂນໂລຢີທັນສະໄໝ ໄດ້ ແລະ ກໍາລັງສ້າງບັນດາການປ່ຽນແປງໃໝ່ຢ່າງແຮງໃຫ້ແກ່ພື້ນຖານສື່ມວນຊົນຍຸກປະຈຸບັນ. ທ່າອ່ຽງນີ້ ນັບມື້ນັບພັດທະນາໂດຍທົ່ວໄປ, ແມ່ນກໍາລັງໜູນກະຕຸກຊຸກຍູ້ພວກເຮົາຕ້ອງແກ້ໄຂບັນດາສິ່ງທ້າທາຍທີ່ເກີດຂຶ້ນໃໝ່. ດັ່ງນັ້ນ, ບຸລິມະສິດແຖວໜ້າຂອງພວກເຮົາ ແມ່ນ ໝູນໃຊ້ ແລະ ຊົມໃຊ້ບັນດາຜົນປະໂຫຍດເຊິ່ງເຕັກໂນໂລຢີທັນສະໄໝນໍາມາໃຫ້ຢ່າງທັນການ ແລະ ກຽມພ້ອມ, ເປັນເຈົ້າການຮັບມືກັບບັນດາຂະບວນການໃໝ່”.

        ກອງປະຊຸມ OANA 44 ສຸມໃສ່ 3 ເນື້ອໃນຕົ້ນຕໍ ນັ້ນແມ່ນ: ຍຸດທະສາດຂອງບັນດາສໍານັກຂ່າວສານ ເພື່ອຮັບມືກັບການປ່ຽນແປງຄວາມຊີນເຄີຍນໍາໃຊ້ຂໍ້ມູນຂ່າວສານ, ສຸມໃສ່ບັນດາເນື້ອໃນຢູ່ ວີດີໂອ ແລະ Youtube; ຂ່າວຜິດຄວາມຈິງ ແລະ ການກວດກາຢັ້ງຢືນຂໍ້ມູນຂ່າວສານໃນສື່ມວນຊົນ; ສ້າງຄວາມໄວ້ເນື້ອເຊື່ອໃຈຄືນໃໝ່ສໍາລັບສື່ມວນຊົນທາງການ. ທີ່ບັນດາວາລະປຶກສາຫາລື, ບັນດາຜູ້ແທນ ໄດ້ສະເໜີຂໍ້ລິເລີ່ມ, ຂໍ້ສະເໜີແນະຫຼາຍຢ່າງ ກໍຄືຍົກອອກບັນດາມາດຕະການດີສຸດ ເພື່ອຍົກສູງປະສິດທິຜົນການເຄື່ອນໄຫວຂອງ OANA ແລະ ບັນດາອົງການສໍານັກຂ່າວສານສະມາຊິກ./.

ຕອບກັບ

ຂ່າວ/ບົດ​ອື່ນ