OECD ກ່າວເຕືອນຄວາມເຄັ່ງຕຶງດ້ານການຄ້າທີ່ນາບຂູ່ການເຕີບໂຕເສດຖະກິດທົ່ວໂລກ

(VOVWORLD) - ການເຕີບໂຕເສດຖະກິດທົ່ວໂລກມີຄວາມສ່ຽງຖືກຫລຸດລົງ ໃນສະພາບການຂັດແຍ້ງດ້ານການຄ້າເພີ່ມຂຶ້ນ, ເຊິ່ງເລີ່ມມາຈາກບັນດານະໂຍບາຍປ້ອງກັນການຄ້າຂອງ ອາເມລິກາ, ສົ່ງຜົນສະທ້ອນຕໍ່ການຄ້າໂລກ.

ນີ້ແມ່ນເນື້ອໃນທີ່ໄດ້ຍົກອອກມາໃນບົດລາຍງານທີ່ມີຫົວຂໍ້ວ່າ “ຄວາມຂາດສະຖຽນລະພາບເພີ່ມຂຶ້ນ ສົ່ງຜົນສະທ້ອນຕໍ່ການເຕີບໂຕເສດຖະກິດທົ່ວໂລກ” ໂດຍອົງການຮ່ວມມື ແລະ ພັດທະນາເສດຖະກິດ (OECD) ປະກາດໃນວັນທີ 20 ກັນຍາ.

       ນອກນັ້ນ, ບົດລາຍງານຂອງ OECD ກໍ່ກ່າວເຕືອນວ່າ ຄວາມເຄັ່ງຕຶງດ້ານການຄ້າ ພວມເພີ່ມຄວາມຂາດສະຖຽນລະພາບ, ນາບຂູ່ບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນ ໄດ້ກໍ່ໃຫ້ເກີດບັນດາການກະທົບຫຍໍ້ທໍ້ຕໍ່ການລົງທຶນ, ວຽກເຮັດງານທຳ ແລະ ເງື່ອນໄຂດຳລົງຊີວິດໃນທົ່ວໂລກ. ບັນດາຄຳກ່າວເຕືອນຊຶ່ງ OECD ຍົກອອກມາໃນສະພາວະຄວາມເຄັ່ງຕຶງດ້ານການຄ້າລະຫວ່າງ ອາເມລິກາ ແລະ ຈີນ ຖືກຍູ້ຂຶ້ນຂັ້ນໄດຂັ້ນໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ