OSCE ຢັ້ງຢືນກຳລັງ ທວງເອົາເອກະລາດ ຢູ່ຢູແກຼນໄດ້ຖອນອາວຸດປະເພດໜັກ

OSCE ຢັ້ງຢືນກຳລັງ ທວງເອົາເອກະລາດ ຢູ່ຢູແກຼນໄດ້ຖອນອາວຸດປະເພດໜັກ - ảnh 1
OSCE ຢັ້ງຢືນກຳລັງທວງເອົາເອກະລາດຢູ່ຢູແກຼນ ໄດ້ຖອນອາວຸດປະເພດໜັກ
(ພາບ: Reuters)


(vovworld) – ຄະນະ​ຕິດຕາມ​ກວດກາ​ພິ​ເສດ (SMM) ຂອງ​ອົງການ​ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ຮ່ວມ​ມື​ເອີ​ລົບ (OSCE) ຢູ່​ທາງ​ທິດ​ຕາ​ເວັນ​ອອກ​ຢູ​ແກຼນ ຮັບ​ຮູ້​ກຳລັງທວງ​ເອົາ​ເອກະລາດຢູ່​ຢູ​ແກຼນ ​ໄດ້​ຖອນຂະ​ຄະ​ບວນການ​ລົດ​ໂອ​ໂຕ​ຂົນ​ສົ່ງ​ອາວຸດ​ປະ​ເພດ​ໜັກ​ອອກ​ຈາກ​ເຂດ​ປະ​ທະ​ກັນ. ນັ້ນ​ແມ່ນ​ສ່ວນ​ໜຶ່ງ​ໃນ​ບົດ​ລາຍງານ​ອັບ​ເດັດ​ປະຈຳ​ວັນ​ຂອງ​ບັນດາ​ນັກ​ສັງ​ເກດ​ການ OSCE ປະກາດ​ໃນ​ວັນ​ທີ 25/02. ກໍ່ຕາມ​ບົດ​ລາຍ​ງານ​ດັ່ງກ່າວ, ​ໃນ 2 – 3 ມື​ຜ່ານ​ມາ, ຈຳນວນ​ກໍ່​ລະ​ນີລະ​ເມີດ​ຄຳ​ສັ່ງ​ຢຸດ​ຍິງ​ຢູ່​ເຂດ Donbass ​ໄດ້​ຫຼຸດ​ລົງ​ເຄິ່ງໜຶ່ງ. ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ Serbia, ທັງ​ເປັນ​ປະທານ​ໝູນວຽນ OSCE Ivica Dacic ຖື​ວ່າ, ຄຳ​ສັ່ງ​ຢຸດ​ຍິງ​ຢູ່ທາງ​ທິດ​ຕາ​ເວັນ​ອອກ​ຢູ​ແກຼນ ​ເຖິງ​ວ່າຍັງ​ບໍ່​ແນ່ນອນ​ກໍ່ຕາມແຕ່​ເ້ບິ່ງ​ລວມ​ແລ້ວ​ມັນ​ຍັງ​ໄດ້​ຮັບ​ການ​ຮັກສາ.

        ​ໂດຍ​ບໍ່​ຫົວຊາ​ຕໍ່​ການ​ຕີ​ລາຄາ​ຢ່າງ​ພາວະ​ວິ​ໄສ ​ແລະ ​ເປັນ​ກາງຂອງ OSCE, ວັນທີ 25/02, ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ John Kerry, ຖະ​ແຫຼ​ງວ່າ ທັງ​ປະ​ເທດ​ລັດ​ເຊຍ ​ແລະ ກຳລັງ​ທວງ​ເອົາ​ເອກະລາດຢູ່​ຢູ​ແກຼນ ລ້ວນ​ແຕ່​ບໍ່ປະຕິບັດ​ໄດ້​ບັນດາ​ຂໍ້ມາດຕາ​ຂອງຂໍ້​ຕົກລົງ​ຢຸດ​ຍິງ ​ແລະ ​ຕັກ​ເຕື່ອນວ່າ ຈະ​ຍົກ​ອອກ​ມາດ​ຕະການ​ລົງ​ໂທດ​ໃໝ່​ສຳລັບ​ລັດ​ເຊຍ ຖ້າ​ຫາ​ກຂໍ້​ຕົກລົງ Minsk ບໍ່​ໄດ້​ຮັບ​ການ​ປະຕິບັດ.

ຂ່າວ/ບົດ​ອື່ນ