SEA Games 29: ຄະນະນັກກິລາຫວຽດນາມ ຄວ້າໄດ້ຫຼຽນຄຳຕື່ມອີກ 4 ຫຼຽນ, ຖືກຢືນອັນດັບ 3

(VOVWORLD) -ໃນການແຂ່ງຂັນວັນທີ 21 ສິງຫາ, ຄະນະນັກກິລາຫວຽດນາມ ຄວ້າໄດ້ຫຼຽນຄຳຕື່ມອີກ 4 ຫຼຽນ
SEA Games 29: ຄະນະນັກກິລາຫວຽດນາມ ຄວ້າໄດ້ຫຼຽນຄຳຕື່ມອີກ 4 ຫຼຽນ, ຖືກຢືນອັນດັບ 3 - ảnh 1 (ຫວຽດນາມ ຖືກຈັດອັນດັບທີ 3 ໃນຕະຕາລາງຈັດອັນດັບຫຼຽນ)

ໃນນັ້ນມີຫຼຽນຄຳປະເພດກິລາລອຍຫງາຍຍິງໄລຍະ 100 ມ ຂອງນັກກິລາ ຫງວຽນທິແອ໋ງວຽນ, ຫຼຽນຄຳປະເພດກິລາສູ້ດາບ ຂອງນັກກິລາ ວູແທ່ງອານ, ຫຼຽນຄຳປະເພດກິລາ ຖີບລົດຂອງນັກກິລາຍິງ ຫງວຽນທິເທີດ ແລະ ຫຼຽນຄຳປະເພດກິລາ wushu ຂອງນັກກິລາ ເຢືອງຖຸຍວີ. ຄຽງຂ້າງນັ້ນ, ບັນດານັກກິລາຂອງຫວຽດນາມ ຍັງຄວ້າໄດ້ຫຼຽນເງິນ 2 ຫຼຽນ ແລະ ຫຼຽນທອງ 4 ຫຼຽນ. ດ້ວຍຜົນງານດັ່ງກ່າວ, ຫວຽດນາມ ຖືກຈັດອັນດັບທີ 3 ໃນຕາຕະລາງຈັດອັນດັບຫຼຽນຂອງງານມະຫາກຳກິລາອາຊີຕາເວັນອອກສ່ຽງໃຕ້. ປະເທດເຈົ້າພາບມາເລເຊຍ ຢືນອັນດັບທີໜຶ່ງ ດ້ວຍຫຼຽນຄຳ 24 ຫຼຽນ, ສິງກະໂປ ຢືນອັນດັບທີ 2 ດ້ວຍຫຼຽນຄຳ 13 ຫຼຽນ.

ຕອບກັບ

ຂ່າວ/ບົດ​ອື່ນ