Sea Games 29: ໄຂງານມະຫາກຳກິລາໃຫຍ່ທີ່ສຸດຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້

(VOVWORLD) - ເວລາ 19 ໂມງ ວັນທີ 19 ສິງຫາ (ຕາມເວລາ ຫວຽດນາມ), ພິທີໄຂງານມະຫາກຳກິລາ ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 29 (SEA Games 29) ໄດ້ຈັດຕັ້ງຢ່າງເປັນທາງການຢູ່ສະໜາມກິລາແຫ່ງຊາດ Bukit Jalil, ຢູ່ໃຈກາງນະຄອນຫຼວງ Kuala Lumpur ປະເທດ ມາເລເຊຍ. 
Sea Games 29: ໄຂງານມະຫາກຳກິລາໃຫຍ່ທີ່ສຸດຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ - ảnh 1ຄະນະນັກກິລາ ຫວຽດນາມ ທີ່ພິທີໄຂ 

ນີ້ເປັນຄັ້ງທີ 6, ມາເລເຊຍ ເປັນເຈົ້າພາບຈັດຕັ້ງເຫດການນີ້. ພິທີໄຂ SEA Games ປີນີ້ມີຂອບຂະໜາດໃຫຍ່. ມາເລເຊຍ ໄດ້ໃຊ້ຈ່າຍຈຳນວນເງິນ 105 ລ້ານ USD ເພື່ອຈັດຕັ້ງ SEA Games 29 ເພີ່ມຂຶ້ນ ທົບ 6 ເທົ່າເມື່ອທຽບໃສ່ຈຳນວນເງິນທີ່ປະເທດນີ້ຄາດຄະເນໃນປີ 2013.

        ປີ້ເຂົ້າຊົມພິທີໄຂໄດ້ຂາຍໝົດ. ຄາດວ່າ, ມີຜູ້ຊົມ 84.000 ຄົນໄດ້ມາສະໜາມກິລາ Bukit Jalil ເພື່ອຕິດຕາມໂດຍກົງພິທີໄຂ SEA Games 29. ພາລະກອນປ້ອງກັນຄວາມສະຫງົບປະມານ 14.000 ຄົນໄດ້ຜັນຂະຫຍາຍເພື່ອຮັບປະກັນຄວາມໝັ້ນຄົງໃຫ້ພິທີ.

        SEA Games 2017 ຈະໄດ້ອັດລົງໃນວັນທີ 31 ສິງຫາ, ກົງກັບໂອກາດສະເຫຼີມສະຫຼອງ 60 ປີແຫ່ງວັນຊາດ ມາເລເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ