SOM 2 APEC: ບັນດາຜູ້ແທນຕີລາຄາສູງການປະກອບສ່ວນຂອງ ຫວຽດນາມ

(VOVWORLD) - ກອງປະຊຸມຄັ້ງທີ 2 ບັນດາເຈົ້າໜ້າທີ່ອາວຸໂສ (SOM 2) ເວທີປາໄສການຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) ໄດ້ຈັດວາລະອັດໃນຕອນເຊົ້າວັນທີ 18 ພຶດສະພາ. ໃນມື້ເຮັດວຽກສຸດທ້າຍ, ບັນດາຜູ້ແທນສືບຕໍ່ແລກປ່ຽນກ່ຽວກັບວິວັດທະນາການສ້າງວິໄສທັດຂອງ APEC ຮອດປີ 2020 ແລະ ອະນາຄົດຫຼັງປີ 2020.
 
SOM 2 APEC: ບັນດາຜູ້ແທນຕີລາຄາສູງການປະກອບສ່ວນຂອງ ຫວຽດນາມ - ảnh 1 ພາບປະກອບ

ໃນຊຸມວັນດຳເນີນເຫດການ, ຄະນະຜູ້ແທນ ຫວຽດນາມ ໄດ້ເຂົ້າຮ່ວມຢ່າງຕັ້ງໜ້າ ແລະ ສະເໜີບັນດາຂໍ້ລິເລີ່ມສຳຄັນ, ໃນນັ້ນມີຂໍ້ສະເໜີກ່ຽວກັບການຮັບປະກັນການພັດທະນາແບບກວມລວມໃນຂົງເຂດເສດຖະກິດ, ການເງິນ ແລະ ສັງຄົມ. ທ່ານນາງ Mari Elka Pangestu, ອະດິດລັດຖະມົນຕີການຄ້າ ອີນໂດເນເຊຍ, ຖືວ່າ:

        “ຂ້າພະເຈົ້າເຫັນວ່າ ຫວຽດນາມ ໄດ້ປະຕິບັດຈາກການກະກຽມຕະຫຼອດຮອດບັນດາການສະເໜີເນື້ອໃນທີ່ກອງປະຊຸມ APEC ຄັ້ງນີ້ເປັນຢ່າງດີທີ່ສຸດ. ໃນນັ້ນ ຂ້າພະເຈົ້າມີຄວາມປິຕິຊົມຊືນເມື່ອໄດ້ເຂົ້າຮ່ວມການສົນທະນາແບບຫຼາຍຝ່າຍ. ປີນີ້, ພວກເຮົາໄດ້ປຶກສາຫາລືວິໄສທັດຂອງ 3 ປີຈະມາເຖິງໃນການປະຕິບັດບັນດາຄາດໝາຍ Bogor ແລະ ສ້າງວິໄສທັດ APEC ຫຼັງປີ 2020. ນີ້ແມ່ນບັນດາເນື້ອໃນສຳຄັນ ແລະ ພວກເຮົາລໍຖ້າການປະກອບສ່ວນຫຼາຍທີ່ສຸດຂອງ ຫວຽດນາມ ໃນຍຸດທະສາດແຫ່ງການເຄື່ອນໄຫວ 3 ປີຈະມາເຖິງ ແລະ ຊຸມປີຕໍ່ໄປ.”

        ບັນດາໝາກຜົນທີ່ບັນລຸໄດ້ທີ່ກອງປະຊຸມ SOM 2 ຄັ້ງນີ້ໄດ້ສະແດງໃຫ້ເຫັນ ຄວາມຕັດສິນໃຈຂອງ APEC ໃນການສືບຕໍ່ນຳ APEC ກາຍເປັນພາກພື້ນນຳໜ້າຂອງເສດຖະກິດໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ