SOM2:ມີຂໍ້ລິເລີ່ມຫລາຍຢ່າງ ແລະ ເນື້ອໃນຮ່ວມມືຫລັກແຫລ່ງຂອງAPECໄດ້ຮັບການຮັບຮອງເອົາ

(VOVWORLD) -ກອງປະຊຸມຄັ້ງທີ 2 ບັນດາເຈົ້າຫນ້າທີ່ອາວຸໂສ APEC ແລະ ບັນດາກອງປະຊຸມກ່ຽວຂ້ອງ ໄດ້ອັດລົງໃນວັນທີ 18 ພຶດສະພາ ພາຍຫລັງດຳເນີນມາເປັນເວລາກວ່າ 10 ວັນ ຢູ່ ນະຄອນຫລວງ ຮ່າໂນ້ຍ. 
SOM2:ມີຂໍ້ລິເລີ່ມຫລາຍຢ່າງ ແລະ ເນື້ອໃນຮ່ວມມືຫລັກແຫລ່ງຂອງAPECໄດ້ຮັບການຮັບຮອງເອົາ - ảnh 1 ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ SOM APEC 2017

ກ່າວຄຳເຫັນທີ່ການປະຊຸມຂ່າວສາກົນໃນຕອນບ່າຍວັນດຽວກັນ, ປະທານ SOM APEC 2017, ຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດຫວຽດນາມ ບຸ່ຍແທງເຊີນ ໄດ້ຢືນຢັນວ່າ ກອງປະຊຸມໄດ້ປະສົບຜົນສຳເລັດຢ່າງຈົບງາມ ແລະ ບັນລຸໄດ້ຫລາຍໝາກຜົນສຳຄັນ, ເປັນຂີດໝາຍເຄິ່ງໄລຍະທາງ ປີ APEC 2017 ຊື່ງຫວຽດນາມ ເປັນປະທານ.

ດ້ວຍຫົວຂໍ້ “ສ້າງກຳລັງຫນູນໃຫມ່, ພ້ອມກັນເພີ່ມພູນຄູນສ້າງໃຫ້ອະນາຄົດລວມ”, SOM 2 ໄດ້ເຫັນດີຊຸກຍູ້ທັງໝົດເປົ້າໝາຍ Bogor ຕິດພັນກັບການເຕີບໂຕຢ່າງສະໝ່ຳສະເຫມີ, ສະເໝີພາບ, ປະກອບສ່ວນເຂົ້າໃນບັນດາຄວາມມານະພະຍາຍາມລວມທົ່ວໂລກກ່ຽວກັບການພັດທະນາແບບຍືນຍົງ. ກອງປະຊຸມໄດ້ຮັບຮອງເອົາຂອບເຂດການສົນທະນາດ້ານນະໂຍບາຍກ່ຽວກັບການຊຸກຍູ້ແຫລ່ງຊັບພະຍາກອນມະນຸດໃນສັກກະລາດດີຈີຕອນ, ການສົນທະນາຫລາຍຝ່າຍກ່ຽວກັບ APEC ມຸ່ງໄປເຖິງປີ 2020 ແລະ ອະນາຄົດ. ທ່ານ ບຸ່ຍແທງເຊີນ, ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ຢືນຢັນວ່າ:

        “ມີເນື້ອໃນໃຫມ່ຫນຶ່ງອີກໄດ້ຮັບການປຶກສາຫາລືທີ່ກອງປະຊຸມຄັ້ງນີ້ນັ້ນແມ່ນສະເຫນີກ່ຽວກັບການຊຸກຍູ້ການເຕີບໂຕລວມມີ ບັນດາຂົງເຂດເສດຖະກິດ, ການເງິນ, ສັງຄົມ. ຂໍ້ລິເລິ່ມນີ້ຂອງຫວຽດນາມ ໄດ້ຮັບການສະຫນັບສະຫນູນຈາກສະມາຊິກເປັນຈຳນວນຫລວງຫລາຍ”

        ທ່ານ  Alan Bolards ຜູ້ອຳນວຍການຝ່າຍບໍລິຫານ ຄະນະເລຂາ APEC ສະແດງຄວາມເພິ່ງພໍໃຈຕໍ່ໝາກຜົນຂອງກອງປະຊຸມ:

        “ປີນີ້ບໍ່ແມ່ນປີທີ່ງ່າຍດ່າຍຂອງ APEC ຂະນະທີ່ທ່າອ່ຽງຕ້ານໂລກາພິວັດ ພວມເກີດຂຶ້ນ ແລະ APEC ພວມຕ້ອງເຮັດແນວໃດເພື່ອຊຸກຍູ້ຫັນການຄ້າເປັນເສລີ, ຮ່ວມສຳພັນເສດຖະກິດພາກພື້ນ. ຫວຽດນາມ ປະຕິບັດໄດ້ຫລາຍຢ່າງ ແລະ ນຳຫນ້າໃນຂົງເຂດນີ້.”

ຄວາມເຫັນດີເຫັນພ້ອມທີ່ບັນລຸໄດ້ໃນກອງປະຊຸມຄັ້ງນີ້ ກໍ່ເປັນການສ້າງທ່ວງທ່າໃຫ້ປີ APEC ສຳເລັດຜົນ, ປັບປຸງທີ່ຕັ້ງຂອງ APEC ແມ່ນເວທີປາໄສເສດຖະກິດແຖວຫນ້າຂອງພາກພື້ນ, ນຳຫນ້າໃນການຊຸກຍູ້ການເຕີບໂຕ, ເຊື່ອມໂຍງ ແລະ ຮ່ວມສຳພັນຂອງພາກພື້ນ ອາຊີ ປາຊີຟີກ.

ຕອບກັບ

ຂ່າວ/ບົດ​ອື່ນ