Standard Chartered ຄາດຄະເນວ່າ ຫວຽດນາມ ຈະເຕີບໂຕເປັນປົກກະຕິໃນປີ 2019

(VOVWORLD) - ຫວຽດນາມ ຈະບັນລຸການເຕີບໂຕເປັນປົກກະຕິຢູ່ລະດັບ 6,9% ໃນປີ 2019, ດ້ວຍຈຸດສຸມແມ່ນການເຕີບໂຕແບບຍືນຍົງ; ພ້ອມກັນນັ້ນ ຂົງເຂດການຜະລິດທີ່ມີເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ແລະ ການເຄື່ອນໄຫວການຄ້າພາຍໃນປະເທດຈະໄດ້ຮັກສາ, ໜູນຊ່ວຍການເຕີບໂຕຢ່າງແຮງ.

ນີ້ແມ່ນການຄາດຄະເນ ໂດຍທະນາຄານ Standard Chartered ໄດ້ຍົກອອກມາທີ່ເຫດການນຳສະເໜີສະພາບການເສດຖະກິດທົ່ວໂລກປະຈຳປີ, ຈັດຕັ້ງຢູ່ນະຄອນ ໂຮ່ຈີມິນ ໃນວັນທີ 16 ມັງກອນ.

        ຕາມການຄົ້ນຄວ້າເສດຖະກິດມະຫາພາກຄັ້ງຫຼ້າສຸດຂອງ Standard Chartered ກ່ຽວກັບ ຫວຽດນາມ, ຂົງເຂດການຜະລິດໄດ້ບັນລຸການເຕີບໂຕຢູ່ລະດັບເລກ 2 ຕົວເລກໃນຮອບ 4 ປີມານີ້ ແລະ ທ່າເຕີບໂຕນີ້ ອາດຈະເກີດຂຶ້ນຢ່າງຕໍ່ເນື່ອງໃນປີ 2019.

        ບັນດານັກຊ່ຽວຊານດ້ານເສດຖະກິດຂອງ Standard Chartered ໃຫ້ຮູ້ວ່າ: FDI ເຂົ້າ ຫວຽດນາມ ອາດຈະຮັກສາຢູ່ລະດັບສູງໃນປີ 2019, ບັນລຸເກືອບເທົ່າ 15 ຕື້ USD ແລະ ແຫຼ່ງທຶນນີ້ ຈະລົງທຶນເຂົ້າໃນຂົງເຂດການຜະລິດ. ພິເສດແມ່ນການຜະລິດເຄື່ອງເອເລັກໂຕນິກ.

ຕອບກັບ

ຂ່າວ/ບົດ​ອື່ນ