Thai Festival ຄັ້ງທີ 10 ຢູ່ ຮ່າໂນ້ຍ

(VOVWORLD) -Thai Festival ຄັ້ງທີ 10 ພວມດຳເນີນຢູ່ ເຂດອະນຸສາວະລີ ຫລີທາຍໂຕ໋ ຮ່າໂນ້ຍ ແຕ່ວັນທີ 15- 16 ກັນຍາ. 
Thai Festival ຄັ້ງທີ 10 ຢູ່ ຮ່າໂນ້ຍ - ảnh 1 ພິທີໄຂ Thai Festival ຄັ້ງທີ 10

ນີ້ແມ່ນຫນຶ່ງໃນບັນດາການເຄື່ອນໄຫວຈັດຂຶ້ນປະຈຳປີ ໂດຍສະຖານທູດ ໄທ ສົມທົບກັບ ຄະນະກຳມະການປະຊາຊົນ ນະຄອນ ຮ່າໂນ້ຍ ຈັດຕັ້ງ ເພື່ອແນໃສ່ຈຸດປະສົງເພີ່ມທະວີການພົວພັນລະຫວ່າງສອງປະເທດ ໄທ ແລະ ຫວຽດນາມ ເວົ້າລວມ ແລະ ຊຸກຍູ້ການທູດປະຊາຊົນເວົ້າສະເພາະ. ເຂົ້າຮ່ວມThai Festival ຄັ້ງທີ 10 ຄັ້ງນີ້ ມີວິສາຫະກິດໄທ ປະມານ 50 ແຫ່ງ ມາຈາກບັນດາແຂວງພາກອີສານຂອງໄທນຳມາບັນດາຜະລິດຕະພັນພິເສດຂອງທ້ອງຖິ່ນ. ຄຽງຂ້າງນັ້ນ ຍັງມີບັນດາບໍລິສັດ, ວິສາຫະກິດນຳເຂົ້າສິນຄ້າຄື: ອາຫານ, ນ້ຳດື່ມ… ທີ່ພວມເຄື່ອນໄຫວຢູ່ຫວຽດນາມ . ໃນສອງມື້ດຳເນີນ Thai Festival ຄັ້ງທີ 10 , ແຂກມາຊົມຈະໄດ້ຮັບຊົມລາຍການສະແດງສິລະປະທັນສະໄຫມ ແລະ ພື້ນເມືອງຂອງໄທ, ສະແດງ ມວຍໄທ, ຊອກຮູ້ກ່ຽວກັບຂໍ້ມູນການທ່ອງທ່ຽວ, ຊີມບັນດາເຍື່ອງອາຫານທີ່ເປັນມູນເຊື້ອ ແລະ ໝາກໄມ້ສົດຂອງໄທ.

ຕອບກັບ

ຂ່າວ/ບົດ​ອື່ນ