VDF 2017: ເພີ່ມສະມັດຕະພາບ-ໄມ້ງັດໃຫ້ແກ່ການພັດທະນາແບບຍືນຍົງ

(VOVWORLD) -ຕອນເຊົ້າວັນທີ 13 ທັນວາ, ເວທີປາໄສພັດທະນາຫວຽດນາມ 2017  (VDF 2017) ໄດ້ດຳເນີນຢູ່ ຮ່າໂນ້ຍ ດ້ວຍຫົວຂໍ້ “ເພີ່ມສະມັດຕະພາບ - ໄມ້ງັດໃຫ້ແກ່ການພັດທະນາແບບຍືນຍົງ”.

VDF 2017: ເພີ່ມສະມັດຕະພາບ-ໄມ້ງັດໃຫ້ແກ່ການພັດທະນາແບບຍືນຍົງ - ảnh 1 ທ່ານນາຍົກລັດຖະມົນຕີຫວຽດນາມເຂົ້າຮ່ວມVDF21017

ພາບ:TTXVN

ທ່ານ ຫງວຽນຈີຢູງ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນຫວຽດນາມ ແລະ ທ່ານ Osman Dios ຜູ້ອຳນວຍການແຫ່ງຊາດທະນາຄານໂລກ ປະຈຳຫວຽດນາມ ເປັນປະທານຮ່ວມເວທີປາໄສ.

ທີ່ເວທີປາໄສ, ບັນດາຜູ້ຊ່ຽວຊານຢູ່ ພາຍໃນ ແລະ ຕ່າງປະເທດ ໄດ້ຍົກອອກບັນດາຄຳໄຈ້ແຍກກ່ຽວກັບສະພາບການ ແລະ ບັນດາສິ່ງກີດຂວາງໃຫ້ແກ່ການເພີ່ມສະມັດຕະພາບ ຢູ່ ຫວຽດນາມ ຈາກນັ້ນ ວາງອອກບັນດາມາດຕະການລະອຽດ ເພື່ອຊຸກຍູ້ສະມັດຕະພາບ, ແມ່ນຫນຶ່ງໃນບັນດາມາດຕະການຍາວນານໃຫ້ແກ່ຫວຽດນາມ ພັດທະນາ, ຜ່ານຜ່າສະພາບເປັນປະເທດມີລາຍຮັບປານກາງ ແລະ ທັນກັບບັນດາພື້ນຖານເສດຖະກິດພັດທະນາໃນໄລຍະຈະມາເຖິງ ເມື່ອບັນດາປັດໄຈກ່ອນນີ້ ສວມບົດບາດກຳລັງຫນູນໃຫ້ແກ່ການເຕີບໂຕ.

ຕອບກັບ

ຂ່າວ/ບົດ​ອື່ນ