Vietnam Airlines ນຳໝາກລິ້ນຈີ່ເຂົ້າໃນການຮັບໃຊ້ໃນບັນດາຖ້ຽວບິນຢູ່ພາຍໃນ ແລະ ສາກົນ

(VOVWORLD) - ແມ່ນຄວາມມານະພະຍາຍາມຂອງບໍລິສັດໃນການແນະນຳໝາກໄມ້ທີ່ມີລົດຊາດເອກະລັກຂອງ ຫວຽດນາມ ເຖິງແຂກໂດຍສານທັງພາຍໃນ ແລະ ຕ່າງປະເທດ.
Vietnam Airlines ນຳໝາກລິ້ນຈີ່ເຂົ້າໃນການຮັບໃຊ້ໃນບັນດາຖ້ຽວບິນຢູ່ພາຍໃນ ແລະ ສາກົນ - ảnh 1ພາບປະກອບ

ບໍລິສັດໃຫຍ່ການບິນ ຫວຽດນາມ (Vietnam Airlines) ໃຫ້ຮູ້ວ່າ: ບໍລິສັດ Vietnam Airlines ພວມນຳເຍື່ອງອາຫານຫວານແມ່ນໝາກລິ້ນຈີ່ ເຂົ້າໃນການຮັບໃຊ້ບັນດາຄາບເຂົ້າສຳລັບຜູ້ໂດຍສານ, ພິເສດໃນສາຍການບິນພາຍໃນປະເທດ ແລະ ສາກົນທີ່ເລີ່ມອອກເດີນທາງຈາກຮ່າໂນ້ຍ. ນີ້ແມ່ນຄວາມມານະພະຍາຍາມຂອງບໍລິສັດໃນການແນະນຳໝາກໄມ້ທີ່ມີລົດຊາດເອກະລັກຂອງ ຫວຽດນາມ ເຖິງແຂກໂດຍສານທັງພາຍໃນ ແລະ ຕ່າງປະເທດ. ຕາມການຄາດຄະເນແລ້ວ, ເຍື່ອງອາຫານຫວານປະເພດນີ້ໂດຍ Vietnam Airlines ຈະຮັບໃຊ້ໃຫ້ຜູ້ໂດຍສານໃນເວລາປະມານ 15 – 20 ວັນດ້ວຍຍອດປະລິມານໝາກລິ້ນຈີ່ສະໜອງໃນບັນດາຖ້ຽວບິນແມ່ນປະມານ 2.000 ກີໂລກຼາມ.

        ເພື່ອຮັບປະກັນມາດຕະຖານຫຼັກອະນາໄມດ້ານສະບຽບອາຫານ, Vietnam Airlines ໄດ້ຖືເປັນສຳຄັນຕົ້ນກຳເນີດຂອງໝາກລິ້ນຈີ່. ໝາກລິ້ນຈີ່ ທີ່ຮັບໃຊ້ໃຫ້ຜູ້ໂດຍສານມີຕົ້ນກຳເນີດຈາກ ລຸກງ້ານ (ແຂວງ ບັກຢາງ), ໂດຍໄດ້ຮັບການປູກ ແລະ ເກັບກູ້ຕາມມາດຕະຖານການຜະລິດກະສິກຳທີ່ດີຂອງ VietGAP.

ຕອບກັບ

ຂ່າວ/ບົດ​ອື່ນ