VOV ແລະ CRI ເພີ່ມທະວີແລກປ່ຽນດ້ານວິຊາຊີບ ແລະ ບັນດາລາຍການຮວມມືໂຄສະນາເຜີຍແຜ່

(VOVWORLD) - ວັນທີ 24 ກໍລະກົດ, ຢູ່ຮ່າໂນ້ຍ, ທ່ານຮອງຜູ້ອຳນວນການໃຫຍ່ ສະຖານີວິຖະຍຸກະຈາຍສຽງຫວຽດນາມ (VOV) ວູຫາຍ ໄດ້ຕ້ອນຮັບ ຄະນະຜູ້ແທນສະຖານີວິທະຍຸກະຈາຍສຽງແຫ່ງຊາດ ຈີນ (CRI) ໂດຍ ທ່ານ ໂຮ່ບາງທັງ, ຮອງຜູ້ອຳນວນການໃຫຍ່ CRI, ເປັນຫົວໜ້າຄະນະ.

VOV ແລະ CRI ເພີ່ມທະວີແລກປ່ຽນດ້ານວິຊາຊີບ ແລະ ບັນດາລາຍການຮວມມືໂຄສະນາເຜີຍແຜ່ - ảnh 1

VOV ແລະ CRI ເພີ່ມທະວີແລກປ່ຽນດ້ານວິຊາຊີບ ແລະ ບັນດາລາຍການຮວມມືໂຄສະນາເຜີຍແຜ່

ທີ່ການຕ້ອນຮັບ, ສອງຝ່າຍເຫັນດີເປັນເອກະພາບບັນດາລາຍການ, ແຜນການຮ່ວມມືຕົວຈິງ, ແນ່ໃສ່ຜັນຂະຫຍາຍຂໍ້ຕົກລົງ ທີ່ການນຳ VOV ແລະ CRI ໄດ້ລົງນາມໃນຂອບເຂດການຢ້ຽມຢາມຂອງ ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ເດີນທາງໄປຢ້ຽມຢາມ ຈີນ ໃນເດືອນມັງກອນ 2017. ແນ່ະນຳກ່ຽວກັບໂຄງຮ່າງຈັດຕັ້ງຂອງ VOV, ທ່ານຮອງຜູ້ອຳນວນການໃຫຍ່ ວູຫາຍ ໃຫ້ຮູ້ວ່າ: ປັດຈຸບັນນີ້ VOV ໄດ້ພົວພັນຮ່ວມມືກັບກວ່າ 60 ອົງການຈັດຕັ້ງ, ສະຖານີວິທະຍຸກະຈາຍສຽງ, ສະຖານີໂທລະພາບ ໃນທົ່ວໂລກ. ທ່ານ ວູຫາຍ ຢັ້ງຢືນວ່າ: VOV ພ້ອມແລ້ວໃຫ້ການຮ່ວມມືກັບ CRI ໃນບັນດາການເຄື່ອນໄຫວວຽກງານຕົວຈິງໃນໄລຍະຈະມາເຖິງຄື: ເພີ່ມທະວີການແລກປ່ຽນຄະນະການນຳ, ນັກຂ່າວ, ນັກບັນນາທິການ ເພື່ອຖອດຖອນບົດຮຽນ, ຊອກຫາທ່າອ່ຽງພັດທະນາການກະຈາຍສຽງ, ໂທລະພາບ, ການສື່ສານຫຼາຍປະເພດຢູ່ແຕ່ລະປະເທດ.

        ສ່ວນ ທ່ານຮອງຜູ້ອຳນວນການໃຫຍ່ CRI ໂຮ່ບາງທັງ ປະກາດວ່າ: ໃນໄວໆນີ້, CRI ຈະເປີດຫ້ອງການສຳນັກງານຕາງໜ້າປະຈຳ ຢູ່ຮ່າໂນ້ຍ ແລະ ປາຖະໜາຢາກໃຫ້ VOV ໃຫ້ການຮ່ວມມື, ຊ່ວຍໜູນ CRI ໃນການໂຄສະນາເຜີຍແຜ່. ທ່ານ ໂຮ່ບາງທັງ ກໍ່ໄດ້ໃຫ້ຮູ້ວ່າ: ໜັງສືພີມສາກົນຈີນມີຄວາມເອົາໃຈໃສ່ຫຼາຍເຖິງການພັດທະນາຂອງ ຫວຽດນາມ ແລະ ປາດຖະໜາຢາກເພີ່ມທະວີການຮ່ວມມື ເພື່ອນຳເອົາບັນດາຂໍ້ມູນຂ່າວສານມາເຖິງ ຫວຽດນາມ, ຜ່ານນັ້ນ, ຊ່ວຍໃຫ້ປະຊາຊົນ ຈີນ ສາມາດຊອກຮູ້ກ່ຽວກັບ ຫວຽດນາມ ໄດ້ຫຼາຍກວ່າອີກ. ດັ່ງນັ້ນ, CRI ປາດຖະໜາຢາກໃຫ້ VOV ສົ່ງຜູ້ຊ່ຽວຊານເພື່ອຊ່ວຍໜູນ CRI ສ້າງບັນດາລາຍການ, ເພື່ອໃຫ້ປະຊາຊົນສອງປະເທດເພີ່ມທະວີຄວາມເຂົ້າໃຈເຊີ່ນກັນ ແລະ ກັນ.

        ພາຍຫຼັງການຕ້ອນຮັບ, ຄະນະຜູ້ແທນວິທະຍຸ CRI ໄດ້ເດີນທາງໄປຢ້ຽມຢາມສະຖານີໂທລະພາບເຕັກນິກດີຈີຕອນ VTC, ທີ່ຂຶ້ນກັບວິທະຍຸກະຈາຍສຽງຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ