VOVມອບລາງວັນໃຫ້ຜູ້ເຂົ້າຮ່ວມການເສັງເພື່ອນຮູ້ຫຍັງແດ່ກ່ຽວກັບຫວຽດນາມປີ2015

VOVມອບລາງວັນໃຫ້ຜູ້ເຂົ້າຮ່ວມການເສັງເພື່ອນຮູ້ຫຍັງແດ່ກ່ຽວກັບຫວຽດນາມປີ2015 - ảnh 1

(ທ່ານ ຫວູຫາຍ, ຮອງ​ຜູ້​ອຳ​ນວຍ​ການ​ໃຫຍ່ VOV ມອບລາງວັນທີ​ຫນຶ່ງໃຫ້
ທ່ານJohn Rutledge, ​ສັນ​ຊາດ ອາ​ເມ​ລິ​ກາ)

(vovworld) – ຕອນ​ເຊົ້າ​ວັນ​ທີ 25/9, ຢູ່​ຮ່າ​ໂນ້ຍ, ວິທະຍຸ​ກະຈາຍສຽງ ຫວຽດນາມ ຈັດ​ຕັ້ງ​ພິທີ​ມອບ​ລາງວັນ​ການ​ເສັງ “​​ເພື່ອນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ ຫວຽດນາມ ປີ 2015”. ​ການ​ເສັງ​ນີ້ໄດ້​ ຈັດ​ຕັ້ງ 5 ປີ/​ເທື່ອໜຶ່ງ, ໂດຍລະບົບ​ລາຍການ​ກະຈາຍສຽງ​ພາກ​ພາສາ​ຕ່າງປະ​ເທດ​ແຫ່ງ​ຊາດ (VOV 5) ຈັດ​ຕັ້ງ ສະຫງວນ​ໃຫ້​ຜູ້​ຟັງທຸກ​ທ່ານຂອງ​ວິທະຍຸ​ກະຈາຍສຽງ ຫວຽດນາມ ຊຶ່ງ​ແມ່ນ​ຊາວ​ຕ່າງປະ​ເທດ​ຢູ່​ທຸກ​ທະວີບ ​ແລະ ຊາວ​ຫວຽດນາມ​ອາ​ໄສ​ຢູ່​ຕ່າງປະ​ເທດ​ພວມ​ທຳ​ມາ​ຫາ​ກິນ, ດຳລົງ​ຊີວິດ​ຢູ່​ຕ່າງປະ​ເທດ.

        ​ໃນ​ການ​ເສັງ​ໃນ​ປີ​ນີ້, ທ່ານ Amir Jameel ສັນຊາດ ປາ​ກິດສ​ຖານ, ​ຜູ້​ຟັງ​ພາກ​ພາສາ​ອັງກິດ ຍາດ​ໄດ້ລາງວັນ​ພິ​ເສດ. ຄະນະ​ຈັດ​ຕັ້ງ​​ໄດ້ມອງ​ລາງວັນທີ 1 ​ໃຫ້​ທ່ານ John Rutledge ສັນຊາດ ອາ​ເມ​ລິ​ກາ ຜູ້​ຟັງ​ພາກ​ພາສາ​ອັງກິດ ​ດ້ວຍ​ການ​ຢ້ຽມຢາມ ຫວຽດນາມ ​ໃນ 1 ອາທິດ. ທ່ານ Prigodich Nikolai Vladimirovich ສັນຊາດ ​ເບລາຣຸດ ຜູ້​ຟັງ​ພາກ​ພາສາ ລັດ​ເຊຍ ຍາດ​ໄດ້ລາງວັນທີ 2 ​ດ້ວຍ​ການ​ຢ້ຽມຢາມ ​ຫວຽດນາມ ​ໃນ​ເວລາ 5 ວັນ.  ລາງວັນທີ 3 ມີ 2 ລາງວັນ,​ ​ດ້ວຍ​ການ​ຢ້ຽມຢາມ ຫວຽດນາມ 4 ວັນ ​ແມ່ນ​ມອບ​ໃຫ້​ທ່ານ ຈາວ​ເຢຕູ​ງ ສັນຊາດ ຈີນ ​ແລະ ທ່ານ Cendin Rosyad Nurdin ສັນຊາດ ອິນ​ໂດ​ເນ​ເຊຍ. ກ່າວ​ຄຳ​ເຫັນ​ທີ່​ພິທີ​ມອບ​ລາງວັນ, ທ່ານ ຫວູຫາຍ, ຮອງ​ຜູ້ອຳນວຍການ​ໃຫຍ່​ວິທະຍຸ​ກະຈາຍສຽງ ຫວຽດນາມ ​ໃຫ້​ຮູ້​ວ່າ:

        “ການ​ເສັງ​ນີ້​​ເພື່ອ​ຈຸດປະສົງ​ແນະນຳ​ໂຄສະນາ​​ພາບພົດ​ປະ​ເທດ​ຊາດ, ຊາວ ຫວຽດນາມ ​ເຖິງ​ເພື່ອນ​ມິດສາ​ກົນ, ​ແນະນຳ​ວິທະຍຸ​ກະຈາຍສຽງ ຫວຽດນາມ ​ເຖິງ​ທ່ານ​ຜູ້​ຟັງ​ໃນ​ທົ່ວ​ໂລກ. ພວກ​ຂ້າພະ​ເຈົ້າມີ​ຄວາມ​ປິ​ຕິ​ຊົມ​ຊຶ່ມ ​ເມື່ອ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກບັນດາ​ທ່ານ​ຜູ້​ຟັງ​ໃນ​ທົ່ວ​ໂລກ. ການ​ເສັງ​ປີ​ນີ້​ມີ​ບົດ​ເສັງ​ເກືອບ 300 ບົດ ສ່ວນ​ການ​ເສັງ​ໃນ​ປີ 2010 ມີ​ບົດ​ເສັງ​ພຽງ 200 ບົດ”.

VOVມອບລາງວັນໃຫ້ຜູ້ເຂົ້າຮ່ວມການເສັງເພື່ອນຮູ້ຫຍັງແດ່ກ່ຽວກັບຫວຽດນາມປີ2015 - ảnh 2
ທ່ານ ຫວູຫາຍ, ຮອງ​ຜູ້​ອຳ​ນວຍ​ການ​ໃຫຍ່ VOV ແລະ ທ່ານ​ນາງ ດ​ວານ​ທິ​ຈູງ,

ຜູ້​ອຳ​ນວຍ​ການ VOV 5 ຊົມ​ເຊີຍ​ທ່ານJohn Rutledge

        ທ່ານ ຈາວ​ເຢີ​ຕຸ​ງ, ສັນຊາດ​ຈີນ​, ຜູ້​ໄດ້​ຮັບ​ລາງວັນ​ທີ 3, ສະ​ແດງ​ຄວາມ​ປະ​ທັບ​ໃຈກ່ຽວ​ກັບ​ການ​ເສັງ.

        “​ເມື່ອ​ໄດ້​ຮັບ​ຂ່າວ​ວ່າ ຂ້າພະ​ເຈົ້າຍາດ​ໄດ້​ລາງວັນ, ຂ້າພະ​ເຈົ້າ​ຮູ້ສຶກດີ​ໃຈ​ຫຼາຍ. ບໍ່​ພຽງ​ແຕ່​ສະ​ເພາະ​ຂ້າພະ​​ເຈົ້າ​ເທົ່າ​ນັ້ນ, ຫາກ​ບັນດາ​ຜູ້​ເຂົ້າ​ຮ່ວມ​ການ​ເສັງ​ລ້ວນ​​ແຕ່​ຮູ້ສຶກ​ວ່າ ການ​ເສັງບໍ່​ແມ່ນ​​ເລື່ອງ​ງ່າຍ, ບັນດາ​ຄຳ​ຖາມ​ລ້ວນ​ແຕ່​ຍາກ, ຍ້ອນ​ກວນ​ເອົາ​ຂົງ​ເຂດຈາກ​​ເສດຖະກິດ, ການ​ເມືອງ, ການ​ຄ້າ ຕະຫຼອດ​​ຮອດວັດທະນະທຳ, ສັງຄົມ. ​ເມື່ອ​ເຂົ້າ​ຮ່ວມ​ກາ​ນ​ເສັ​ງນີ້​ຜູ້​ໃດກໍ​ຕ້ອງ​ປະຕິບັດຢ່າງເຂັ້ມ​ງວດ ​ແລະ ຕ້ອງ​ອອກ​ເຫື່ອ​ແຮງ​ເພື່ອ​ເຮັດ​ບົດ​ເສັງຂອງ​ຕົນ. ສຳຄັນ​ຂ້າ​ພະ​ເຈົ້າ​​ແລ້ວ, ເມື່ອ ເຂົ້າ​ຮ່ວມ​ການ​ເສັງ​ນີ້, ຕະຫຼອດ​ຊີວິດຂອງ​ຕົນ​ກໍບໍ່​ສາມາດ​ຫຼົງ​ລືມ​ໄດ້”

VOVມອບລາງວັນໃຫ້ຜູ້ເຂົ້າຮ່ວມການເສັງເພື່ອນຮູ້ຫຍັງແດ່ກ່ຽວກັບຫວຽດນາມປີ2015 - ảnh 3

ທ່ານ ຫວູຫາຍ, ຮອງ​ຜູ້​ອຳ​ນວຍ​ການ​ໃຫຍ່ VOV ມອບ​ລາງວັນ​ທີ 3 ໃຫ້ທ່ານ ຈາວ​ເຢີ​ຕຸ​ງ, ສັນຊາດ​ຈີນ​,,

        ການ​ເສັງ “​ເພື່ອນ​ຮູ້​ຫຍັງ​​ແດ່​ກ່ຽວ​ກັບ​ຫວຽດນາມ ປີ 2015” ມີ​ຜູ້​ຟັງ 294 ຄົນ​ທີ່​ມາ​ຈາກ 38 ປະ​ເທດ ​ແລະ ​ເຂດ​ແຄ້ວ​ນ​ເຂົ້າ​ຮ່ວມ. ບັນດາ​ບົດ​ເສ​ັງລ້ວນ​ແຕ່​ຕອບ​ສະໜອງ​ດ້ານ​ເນື້ອ​ໃນ​ຂອງ​ຄຳ​ຖາມ. ບາງ​ບົດ​ເສັງ​ໄດ້​ກະ​ກຽມ​ຢ່າງ​ລອບ​ຄອບ​ຖີ່​ຖ້ວນ, ມີ​ວິທະຍາສາດ, ມີ​ພາບ​ປະກອບຕິດ​ພ້ອມ​ອີກ, Sline ​ແລະ ບັນ​​ດາຕາຕະລາງ, ​ທີ່​ສ່ອງ​ແສງ​​ເຖິງຊີ​ວິດ​ດ້​ານ​ເສດຖະກິດ, ສັງຄົ​ມຂອງຫວຽດນາມ. ຜູ້​ເສັງຫຼາຍ​ຄົນ​ຍັງ​ອັບ​ເດັດ​ຂ້ໍ​ມູນ​ຂ່າວຫຼ້າສຸດຕື່ມ​ອີກ,  ​ສິ່ງ​ດັ່ງກ່າວ​ແມ່ນສະ​ແດງ​​ໃຫ້​ເຫັນ​ການ​ຍາດ​ເວລາ​ເພື່ອ​ຄົ້ນຄວ້າ​ເອກະສານ, ກໍ​ຄືຄວາມ​ເຂົ້າ​ໃຈ, ​ອາລົ​ມ​ຈິດ​ຢ່າງ​ເລິກ​ເຊິ່ງຕໍ່​ປະ​ເທດ​, ປະຊາຊົນ​ຫວຽດນາມ ​ແລະ ວິທະຍຸ​ກະ​ຈາ​ຍສຽງ​ຫວຽດນາມ.

VOVມອບລາງວັນໃຫ້ຜູ້ເຂົ້າຮ່ວມການເສັງເພື່ອນຮູ້ຫຍັງແດ່ກ່ຽວກັບຫວຽດນາມປີ2015 - ảnh 4
ພິ​ທ​ີ​ມອບ​ລາງວັນການ​ເສັງ​ເພື່ອນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ຫວຽດ​ນາມ


ຂ່າວ/ບົດ​ອື່ນ