WB ຊ່ວຍ ບັງກະລາເທດ ສ້າງໂຄງການໜູນຊ່ວຍຄົນທຸກຍາກເປັນທັນສະໄໝ

(VOVWORLD) -       ວັນທີ 28 ຕຸລາ, ລັດຖະບານ ບັງກະລາເທດ ໄດ້ເຊັນຂໍ້ຕົກລົງການເງິນທີ່ມີມູນຄ່າ 300 ລ້ານ USD ກັບທະນາຄານໂລກ (WB) ແນໃສ່ປັບປຸງລັກສະນະໂປ່ງໃສ ແລະ ມີປະສິດທິຜົນຂອງບັນດາລາຍການສະຫວັດດີການໃຫ້ແກ່ຄົນທຸກຍາກ. 
WB ຊ່ວຍ ບັງກະລາເທດ ສ້າງໂຄງການໜູນຊ່ວຍຄົນທຸກຍາກເປັນທັນສະໄໝ - ảnh 1ທີ່ພິທີລົງນາມ (ພາບ: dhakatribune) 

ຜູ້ຕາງໜ້າຂອງລັດຖະບານ ບັງກະລາເທດ ແມ່ນທ່ານ Mahmude Begum ຜູ້ຊ່ວຍວຽກລັດຖະມົນຕີກະຊວງພົວພັນເສດຖະກິດ ແລະ ຜູ້ຕາງໜ້າຂອງ WB ແມ່ນຜູ້ອຳນວຍການ WB ປະຈຳ ບັງກະລາເທດ, ປູຕານ ແລະ ເນປານ ເຊັນຂໍ້ຕົກລົງດັ່ງກ່າວຢູ່ນະຄອນຫລວງ Dhaka.

       ບັນດາໂຄງການລວມມີເງິນອຸດໜູນໃຫ້ຜູ້ເຖົ້າຜູ້ແກ່; ແມ່ຍິງທຸກຍາກ, ແມ່ໝ້າຍ, ຜູ້ບໍ່ມີບ່ອນເພິ່ງພາອາໄສ; ໜູນຊ່ວຍໃຫ້ຄົນພິການທີ່ບໍ່ມີຄວາມສາມາດໃຊ້ໜີ້;  ແລະ ໜູນຊ່ວຍໃຫ້ນັກສຶກສາພິການ. ບັນດາໂຄງການນີ້ ກ່ຽວຂ້ອງເຖິງຄົນທຸກຍາກທີ່ສຸດຢູ່ ບັງກະລາເທດ ປະມານ 6,5 ລ້ານຄົນ. ຕາມ WB ແລ້ວ, ໃນປີການເງິນ 2018, ບັງກະລາເທດ ໄດ້ໃຊ້ຈ່າຍປະມານ 5,8 ຕື້ USD ໃຫ້ແກ່ການເຄື່ອນໄຫວໜູນຊ່ວຍຊີວິດສັງຄົມ, ທຽບເທົ່າປະມານ 2% GDP ບັງກະລາເທດ.

ຕອບກັບ

ຂ່າວ/ບົດ​ອື່ນ