WB ໃຫ້ຄຳໝັ້ນສັນຍາລົງທຶນ 200 ຕື້ USD ເພື່ອຕ້ານການປ່ຽນແປງຂອງດິນຟ້າອາກາດ

(VOVWORLD) - ບ້ວງເງິນ 200 ຕື້ USD ນີ້ຈະລວມມີປະມານ 100 ຕື້ USD ໄດ້ຮັບການໜູນຊ່ວຍໂດຍກົງຈາກອົງການນີ້
 

ວັນທີ 3 ທັນວາ, ທະນາຄານໂລກ (WB) ໄດ້ປະກາດບ້ວງເງິນລົງທຶນເຂົ້າແຜນການກະທຳຕ້ານການປ່ຽນແປງຂອງດິນຟ້າອາກາດດ້ວຍມູນຄ່າ 200 ຕື້ USD ໃນໄລຍະແຕ່ 2021 – 2025. ນີ້ແມ່ນຈຳນວນເງິນຫຼາຍທົບ 2 ເທົ່າເມື່ອທຽບໃສ່ບ້ວງງົບປະມານຂອງໄລຍະ 5 ປີໃນປະຈຸບັນ. WB ໄດ້ຊີ້ແຈ້ງຄຳຕັດສິນດັ່ງກ່າວໄດ້ຍົກອອກມາກົງກັບໂອກາດກອງປະຊຸມບັນດາຝ່າຍເຂົ້າຮ່ວມກອບສົນທິສັນຍາຂອງ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດຄັ້ງທີ 24 (COP 24) ຢູ່ນະຄອນ Katowice, ປະເທດ ໂປໂລຍ, ຜ່ານນັ້ນ ໄດ້ສະແດງຄວາມມັກໃຫຍ່ໄຝ່ສູງຢາກແກ້ໄຂບັນຫາປ່ຽນແປງຂອງດິນຟ້າອາກາດໂດຍໄວ, ພ້ອມກັນນັ້ນ ໄດ້ສົ່ງສານຢ່າງແຮງເຖິງປະຊາຄົມທົ່ວໂລກຈົ່ງມີບັນດາການກະທຳຄ້າຍຄືກັນ.

        WB ໃຫ້ຮູ້ວ່າ: ບ້ວງເງິນ 200 ຕື້ USD ນີ້ຈະລວມມີປະມານ 100 ຕື້ USD ໄດ້ຮັບການໜູນຊ່ວຍໂດຍກົງຈາກອົງການນີ້. ສ່ວນປະມານ 1/3 ຈຳນວນເງິນທີ່ຍັງເຫຼືອຈະໄດ້ມາຈາກສອງອົງການຂຶ້ນກັບກຸ່ມ WB ແລະ 2/3 ຈຳນວນເງິນຍັງເຫຼືອຈະໄດ້ຈາກການລະດົມ ແຫຼ່ງທຶນເອກະຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ