ກິດຈະກຳຂຽວແມ່ນທິດພັດທະນາແບບຍືນຍົງຂອງຂະແຫນງກໍ່ສ້າງຫວຽດນາມ

(VOVWORLD) -ຕອນເຊົ້າວັນທີ 9 ກັນຍາ ຢູ່ ນະຄອນ ໂຮ່ຈິມີນ, ສະຫະສະມາຄົມອະສັງຫາລິມະຊັບຫວຽດນາມ ໄດ້ຈັດຕັ້ງກອງປະຊຸມສຳມະນາ “ພັດທະນາກິດຈະກຳຂຽວໃນສະພາບການປ່ຽນແປງຂອງດິນຟ້າອາກາດຢູ່ຫວຽດນາມ”. 
ກິດຈະກຳຂຽວແມ່ນທິດພັດທະນາແບບຍືນຍົງຂອງຂະແຫນງກໍ່ສ້າງຫວຽດນາມ - ảnh 1 ທ່ານນາງຟານທິໝີລີງຮອງລັດຖະມົນຕີກະຊວງກໍ່ສ້າງກ່າວຄຳເຫັນທີ່ການສຳມະນາ

ຫວຽດນາມ ແມ່ນຫນຶ່ງໃນ 5 ປະເທດ ຖືກຜົນສະທ້ອນຫລາຍສຸດຈາກສະພາບການປ່ຽນແປງຂອງດິນຟ້າອາກາດ ແລະ ນ້ຳທະເລຂຶ້ນສູງ. ໃນນັ້ນ ນະຄອນ ໂຮ່ຈິມີນ ແລະ ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ແມ່ນເຂດຖືກຜົນສະທ້ອນຢ່າງຫນັກຫນ່ວງທີ່ສຸດ. ຈຳກັດການປ່ອຍອາຍພິດເຮືອນແກ້ວ CO2 ກໍ່ຂຶ້ນໃນວິວັດການກໍ່ສ້າງ ແລະ ພັດທະນາກິດຈະກຳຂຽວ ຈະນຳມາເຊິ່ງຜົນປະໂຫຍດຫລາຍຢ່າງສຳລັບສັງຄົມ ແລະ ສິ່ງແວດລ້ອມ, ນຳມາເຊິ່ງມຸນຄ່າເພີ່ມຫລາຍຢ່າງ ແລະ ສ້າງການພັດທະນາແບບຍືນຍົງໃຫ້ແກ່ຂະແຫນງກໍ່ສ້າງ ແລະ ຕະຫລາດອະສັງຫາລິມະຊັບ. ທ່ານນາງ ຟານທິໝີລີງ, ຮອງລັດຖະມົນຕີກະຊວງກໍ່ສ້າງ ໃຫ້ຮູ້ວ່າ: ພັດທະນາກິດຈະກຳຂຽວ ແມ່ນການເຄື່ອນໄຫວສຳຄັນ ເພື່ອແນໃສ່ປະຕິບັດຍຸດທະສາດເຕີບໂຕຂຽວ ຊື່ງລັດຖະບານໄດ້ມອບໝາຍໃຫ້ບັນດາກະຊວງ, ຂະແຫນງການ.

        “ພວກຂ້າພະເຈົ້າກຳນົດບັນດາເນື້ອໃນຂອງກິດຈະກຳຂຽວ ແມ່ນສະຖາປັດຕະຍະກຳຂຽວເໝາະສົບກັບການປ່ຽນແປງຂອງດິນຟ້າອາກາດ, ເລືອກເຟັ້ນຂອບຂະຫນາດເໝາະສົມ ແລະ ເພີ່ມທະວີການນຳໃຊ້ບັນດາແຫລ່ງພະລັງງານແຮງລົມ, ພະລັງງານແສງຕາເວັນ ຫລື ນຳໃຊ້ວັດຖຸເປັນມິດກັບສິ່ງແວດລ້ອມ.”

ຕອບກັບ

ຂ່າວ/ບົດ​ອື່ນ