ກູບາແລະອາເມລິກາດຳເນີນການເຈລະຈາກ່ຽວກັບສິດທິມະນຸດ

ກູບາແລະອາເມລິກາດຳເນີນການເຈລະຈາກ່ຽວກັບສິດທິມະນຸດ - ảnh 1
ທ່ານ Pedro Luis Pedroso, ຮອງ​ຫົວ​ໜ້າ​ກົມຫຼາຍ​ຝ່າຍ ແລະ ກົດ​ໝາຍ​ສາ​ກົນ​ຂອງ ກະ​ຊວງ​ການ​ຕ່າງ​ປະ​ເທດ ກູ​ບາ
(ພາບ: cctv-amnerica.com)

(vovworld) – ​ ​​ສຳ​ນັກ​ຂ່າວ​ສານ​ແຫ່ງ​ລັດ ກູ​ບາ Presa Latina (PL) ໃຫ້​ຮູ້​ວ່າ: ການ​ເຈ​ລະ​ຈາ​ກ່ຽວ​ກັບ​ສິດ​ທິ​ມະ​ນຸດ​ລະ​ຫວ່າງ ກູ​ບາ ແລະ ອາ​ເມ​ລິ​ກາ ດຳ​ເນີນ​ໄປ​ຢູ່ ວໍ​ຊິງ​ຕັນ ໄດ້​ຮັບ​ການ​ຈັດ​ຕັ້ງ​ໃນ​ບັນ​ຍາ​ກາດ​ເຄົາ​ລົບ. ການ​ເຈ​ລະ​ຈາ​ຖືກ​ດຳ​ເນີນ​ໄປ​ຖືກ​ຕາມ​ແຜນ​ການ​ວາງ​ອອກ. ຕາມ​ແຫຼ່ງ​ຂ່າວ​ທາງ​ການ​ກ່ອນ​ທີ່​ຈັດ​ກອງ​ປະ​ຊຸມແລ້ວ, ຫົວ​ໜ້າ​ຄະ​ນະ​ເຈ​ລ​ະ​ຈາ 2 ​ຝ່າຍ​ແມ່ນ ທ່ານ Pedro Luis Pedroso, ຮອງ​ຫົວ​ໜ້າ​ກົມຫຼາຍ​ຝ່າຍ ແລະ ກົດ​ໝາຍ​ສາ​ກົນ​ຂອງ ກະ​ຊວງ​ການ​ຕ່າງ​ປະ​ເທດ ກູ​ບາ ແລະ ທ່ານ Thomas Malinowski, ຮອງ​ຜູ້​ຊ່ວຍ​ວຽກ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊ​ວງ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ ຮັບ​ຜິດ​ຊອບ​ປະ​ຊາ​ທິ​ປະ​ໄຕ, ສິດ​ທິ​ມະ​ນຸດ ແລະ ແຮງ​ງານ. 2 ຝ່າຍບໍ່​ໄດ້​ປະ​ກາດ​ລາຍ​ລະ​ອຽດ​ກ່ຽວ​ກັບ​ບັນ​ດາ​ຫົວ​ຂໍ້​ທີ່​ໄດ​້​ນຳ​ມາ​ປຶກ​ສາ​ຫາ​ລື ແຕ່​ບັນ​ດາ​ຜູ້​ສັງ​ເກດ​ການ​ຖື​ວ່າ: ລາ​ຮາ​ວານ ແລະ ວໍ​ຊິ​ງ​ຕັນ ຈະ​ແລກ​ປ່ຽນ​ທັດ​ສະ​ນະ​ກ່ຽວ​ກັບ​ປະ​ຊາ​ທິ​ປະ​ໄຕ, ລະ​ບົບ​ການ​ເມືອງ ແລະ ກົດ​ໝາຍ​ສາ​ກົນ. ກ່ອນ​ທີ່​ຈັດ​ກອງ​ປະ​ຊຸມ, ທ່ານ​ນາງ Anayansi Rodríguez,  ຜູ້​ຕາງ​ໜ້າ​ຂອງ ກູ​ບາ ປະ​ຈຳ​ບັນ​ດາ​ອົງ​ການ​ຂອງ ສ​ປ​ຊ ທັງ​ແມ່ນສະ​ມາ​ຊິກ​ຂອງຄະ​ນະ​ເຈ​ລະ​ຈາ ກູ​ບາ ໃຫ້​ຮູ້​ວ່າ: 2 ຝ່າ​ຍອ​າດ​ສາ​ມາດ​​ປຶກ​ສາ​ຫາ​ລືກ່ຽວ​ກັບ​ກົນ​ໄກ​​ກວດ​ກາ​ປະ​ຈຳ​​ໄລ​ຍະຂອງ​ສະ​ພາ​ສິດ​ທິ​ມະ​ນຸດ ສ​ປ​ຊ, ຍ້ອນ​ຖື​ວ່ານີ້​ແມ່ນ​ກົນ​ໄກບໍ່​ຈຳ​ແນກ​ການ​ປະ​ພຶດ ແລະ ກ່ຽວ​ຂ້ອງ​ເຖິງ​ຄຳ​ໝັ້ນ​ສັນ​ຍາ​ຂອງ​ແຕ່​ລະ​ປະ​ເທດ​ກ່ຽວ​ກັບ​ການ​ຮ່ວມ​ມື​ທົ່ວ​ໂລກ​ໃນ​ຂົງ​ເຂດ​ສິດ​ທິ​ມະ​ນຸດ. ກູ​ບາ ກໍ່​ຈະ​ສ​ະ​ເໜີ​ບັນ​ດາ​ຄວາມ​ວິ​ຕົກ​ວັງ​ວົນ​ຂອງ​ຕົນ​ກ່ຽວ​ກັບ​ສະ​ພາບ​ການ​ສິດ​ທິ​ມະ​ນຸດ​ຢູ່ ອາ​ເມ​ລິກາ ແລະ ​ຢູ່​ບັນ​ດາ​ປະ​ເທດ​ອື່ນ​ທີ່​ກ່ຽວ​ຂ້ອງ​ໂດຍ​ກົງ​ເຖິງ ອາ​ເມ​ລິ​ກາ.


ຂ່າວ/ບົດ​ອື່ນ