ກຸ່ມ P5+1 ແລະ ອີຣານ ຕ້ອງຕໍ່ກຳນົດເວລາ ດຳເນີນການເຈລະຈາ ນິວເຄຼຍເຖິງ 2015

ກຸ່ມ P5+1 ແລະ ອີຣານ ຕ້ອງຕໍ່ກຳນົດເວລາ ດຳເນີນການເຈລະຈາ ນິວເຄຼຍເຖິງ 2015 - ảnh 1

(ພາບ: AFP/TTXVN))

 (vovworld)-​ ພາຍຫຼັງ​ດຳ​ເນີນ​ການ​ເຈລະຈາ​ມາ​ເປັນ​ເວລາ​ເກືອບ 1 ສັບປະດາ, ອີຣານ ​ແລະ ກຸ່ມ P5+1  (ລວມມີ 5 ປະ​ເທດ​ກຳມະການ​ປະຈຳ​ສະພາ​ຄວາມໝັ້ນຄົງ ສປຊ ​ແລະ ​ເຢຍລະ​ມັນ) ບໍ່​ບັນລຸ​ໄດ້​ຂໍ້​ຕົກລົງ​ຮອບດ້ານ​ກ່ຽວ​ກັບ​ໂຄງການ​ນິວ​ເຄຼຍຂອງ​ອີຣານ. ກ່າວ​ຄຳ​ເຫັນ​ເມື່ອ​ວັນ​ທີ 24/11 ຢູ່​ວຽນ ປະ​ເທດ​ໂອ​ຕາ​ລິດ, ທ່ານ Philip Hammond ລັດຖະມົນຕີ​ການ​ຕ່າງປະ​ເທດ​ອັງກິດ ​ໃຫ້​ຮູ້​ວ່າ: ຝ່າຍ​ຕ່າງໆ​ໄດ້​ຕົກລົງ​ກຳນົດ​ເວລາ​ສຸດ​ທ້າຍ​ໃໝ່​ແມ່ນ​ວັນ​ທີ 1/7/2015. ທ່ານ​ຍັງ​ໃຫ້​ຂໍ້​ສັງ​ເກດ​ວ່າ: ຝ່າຍ​ຕ່າງໆ​ບັນລຸ​ໄດ້ “ຄວາມ​ຄືບ​ໜ້າ​ດີ​ພໍ​ສົມຄວນ“ ​ໃນ​ຮອບ​ເຈລະຈາ​ຄັ້ງຫຼ້າ​ສຸດ ​ແລະ ຈະ​ກັບ​ຄືນ​ສູ່​ໂຕະ​ເຈລະຈາ​ໃນ​ເດືອນ​ໜ້າ.

  ວັນ​ທີ 24/11, ທ່ານ​ນາຍົກລັດຖະມົນຕີອິດສະຣາ​ແອນ Benjamin Netanyahu ສະ​ແດງ​ຄວາມ​ພາກພູມ​ໃຈ​ຕໍ່​ເລື່ອງ ອີຣານ ​ແລະ ກຸ່ມ P5+1  ບໍ່​ສາມາດຕອບ​ສະໜອງ​ກຳນົດ​ເວລາ​ສຸດ​ທ້າ​ຍ​ໃນການ​ບັນລຸ​ຂໍ້​ຕົກລົງ​ຮອບດ້ານ​ກ່ຽວ​ກັບໂຄງການ​ນິວ​ເຄຼຍຂອງ​ອີຣານ. ​ໃນ​ຂະນະ​ນັ້ນ, ທ່ານ Sergei Lavrov ລັດຖະມົນຕີ​ການ​ຕ່າງປະ​ເທດລັດ​ເຊຍ ຫວັງ​ວ່າ: ​ໃນ​ຮອບ​ເວລາ 3-4 ​ເດືອ​ນຂ້າງ​ໜ້າ, ຝ່າຍ​ຕ່າງໆ​ເຂົ້າຮ່ວມ​ການ​ເຈ​ລະ​ຈາ​ຈະ​ເຫັນ​ດີ​ກັບ “ບັນດາ​ຫຼັກການ​ພື້ນຖານ“ ກ່ຽວ​ກັບ​ເອກະສານ​ສະບັບ​ສຸດ​ທ້າຍ./.

ຂ່າວ/ບົດ​ອື່ນ