ກຸ່ມ4ປະເທດບໍ່ລົງລອຍກັນໃນການແກ້ໄຂການປະທະກັນຢູ່ພາກຕາເວັນອອກຢູແກຼນ

ກຸ່ມ4ປະເທດບໍ່ລົງລອຍກັນໃນການແກ້ໄຂການປະທະກັນຢູ່ພາກຕາເວັນອອກຢູແກຼນ - ảnh 1
ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຂອງ​ກຸ່ມ4ປະ​ເທດ
ພາບ:kienthuc.net

(vovworld)-​​ການ​ພົບ​ປະ​ຂັ້ນ​ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຂອງ​ກຸ່ມ4ປະ​ເທດ​ຊື່ງ​ລວມ​ມີ: ລັດ​ເຊຍ, ເຢຍ​ລະ​ມັນ, ຝ​ລັ່ງ ແລະ ຢູ​ແກຼນ ດຳ​ເນີນ​ໃນ​ວັນ​ທີ 25/3 ຢູ່ ປາ​ຣີ ປະ​ເທດ ຝ​ລັ່ງ ໄດ້​ອັດ​ລົງ ແຕ່​ບັນ​ດາ​ຝ່າຍບໍ່​ທັນ​ເຫັນ​ດີ​ກ່ຽວ​ກັບ​ທິດ​ທາງ​ແກ້​ໄຂ​ການ​ປະ​ທະ​ກັນ​ຢູ່​ພາກ​ຕາ​ເວັນ​ອອກ ຢູ​ແກຼນ. ທ່ານ Grigory Karasin, ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ລັດ​ເຊຍ ເນັ້ນ​ຫນັກ​ວ່າ: ບັນ​ດາ​ຝ່າຍ​ປະ​ທະ​ກັນ​ຢູ່​ພາກ​ຕາ​ເວັນ​ອອກ ຢູ​ແກຼນ ບໍ່​ທັນ​ປະ​ຕິ​ບັດ​ຂໍ້​ຕົກ​ລົງ Minks ຢ່າງ​ເຂັ້ມ​ງວດ ເມື່ອ​ລະ​ເມີດ​ກົນ​ໄກ​ຢຸດ​ຍິງ​ເປັນ​ຫລາຍ​ຄັ້ງ​ແລ້ວ ພ້ອມ​ທັງ​ກ່າວ​ຫາ​ອຳ​ນາດ​ການ​ປົກ​ຄອງ ຢູ​ແກຼນ ເຮັດ​ໃຫ້​ການ​ປະ​ຕິ​ບັດ​ຂໍ້​ຕົກ​ລົງ​ຢຸດ​ຍິງ​ຊັກ​ຊ້າ​ລົງ. ໃນ​ຂະ​ນະ​ນັ້ນ, ທ່ານ Vadym Prystaiko, ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຢູ​ແກຼນ ໄດ້​ເນັ້ນ​ຫນັກ​ວ່າ ຝ່າຍ ກີ​ແອບ ບໍ່​ຖ​ື​ຜູ້​ການນຳ​ Donetsk ແລະ Lugansk ປະ​ຈຸ​ບັນ ແມ່ນ​ຜູ້​ຕາງ​ຫນ້າ​ຕົ້ນ​ຕໍ​ໃຫ້​ແກ່​ປະ​ຊາ​ຊົນ​ຢູ່​ພາກ​ພື້ນນີ້. ເຂົາ​ເຈົ້າ​ພຽງ​ແຕ່​ແມ່ນ​ຜູ້​ບັນ​ຊາ​ການ​ທະ​ຫານ ບໍ່​ແມ່ນ​ຜູ້​ຕາງ​ຫນ້າ​ໃຫ້​ແກ່​ປະ​ຊາ​ຊົນ​ພາກ​ຕາ​ເວັນ​ອອກ​ທັງ​ໝົດ, ສະ​ນັ້ນ ຈະ​ບໍ່​ມີ​ຄວາມ​ໝາຍ​ດ້ານ​ການ​ເມືອງ​ຖ້າ​ຫາກ​ເຈ​ລະ​ຈາ​ກັບ​ເຂົາ​ເຈົ້າ.


ຂ່າວ/ບົດ​ອື່ນ