ກົມໃຫຍ່ພາສີສະເຫຼີມສະຫຼອງ70ປີແຫ່ງວັນສ້າງຕັ້ງ

ກົມໃຫຍ່ພາສີສະເຫຼີມສະຫຼອງ70ປີແຫ່ງວັນສ້າງຕັ້ງ - ảnh 1
(ກົມໃຫຍ່ພາສີສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງ)

​​(vovworld) - ຕອນ​ເຊົ້າ​ວັນ​ທີ 03/08, ຢູ່​ຮ່າ​ໂນ້ຍ, ກົມ​ໃຫຍ່​ພາສີ ​ໄດ້​ຈັດ​ພິທີ​ສະຫຼອງ 70 ​ ປິີແຫ່ງ​ວັນ​ສ້າງ​ຕັ້ງ ​ແລະ ກອງ​ປະຊຸມ​​​ແບບຢ່າ​ງ​ດີ​ເດັ່ນ​ຄັ້ງ​ທີ 4. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ ​ໄດ້​ຍ້ອງຍໍ​ບັນດາ​ຜົນງານ​​​ເຊິ່ງຂະ​ແໜ​ງພາສີ​ບັນລຸ​ໄດ້​ໃນ​ໄລຍະ​ຜ່ານ​ມາ. ​ໃນ 5 ປີຜ່ານມາ, ກົມ​ໃຫຍ່​ພາສີ ​ໄດ້​ປະຕິບັດສຳ​​ເລັດ​ໜ້າ​ທີ່​​ເກັບ​ລາຍ​ຮັບງົບ​ປະມານຂອງ​ລັດ​ຢ່າງ​ລຽນຕິດ. ຍອດ​ລາຍ​ຮັບ​ງົບ​ປະມານ​ແຫ່ງ​ລັດ​ໄລຍະ 2010 – 2014 ບັນລຸ​ກວ່າ 3600 ຕື້​ດົງ, ​ເພີ່ມ​ຂຶ້ນ​ທົບ 2 ​ເທົ່າ​ເມື່ອ​ທຽບ​​ໃສ່​​ໄລຍະ 2005 – 2009. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ ​ເຊື່ອ​ໝັ້ນ​ວ່າ, ຂະ​ແໜງ​ພາ​ສີ​ສືບ​ຕໍ່​ບັນລຸ​ໄດ້​ບັນດາ​ຜົນງານ​ຢ່າງ​ໃຫຍ່​ຫຼວງ​ກວ່າ​ອີກ, ບືນຕົວ​ຂຶ້ນ​ທຽບ​​ເທົ່າ​ກັບ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ ​ແລະ ສາກົນ.

        ​ເນື່ອງ​​ໃນ​ໂອກາດ​ນີ້, ​ຕາງໜ້າ​ໃຫ້ການ​ນຳ​ພັກ, ລັດ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ​ໄດ້​ມອບ​ຫຼຽນ​ໄຊ​​ເອກະລາດ​ຊັ້ນ 1 ຄັ້ງ​ທີ 2 ​ໃຫ້​ກົມ​ໃຫຍ່​ພາສີ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ ​ໄດ້​ມອບ​ທຸງ​ແຂ່ງຂັນ​ຂອງ​ນາຍົກລັດຖະມົນຕີ​ໃຫ້ 9 ໝູ່​ຄະນະ.

ຂ່າວ/ບົດ​ອື່ນ