ກວ່າ 300 ຄ້າຍນັກສຶກສາເຂົ້າຮ່ວມງານຕັ້ງຄ້າຍອາຊຽນ+1

   ກວ່າ 300 ຄ້າຍນັກສຶກສາເຂົ້າຮ່ວມງານຕັ້ງຄ້າຍອາຊຽນ+1 - ảnh 1
ລາຍການ​ສະ​ແດງ​ສິ​ລ​ະປະໃນ​ຂອບ​ເຂດງານ​ຕັ້ງ​ຄ້າຍ​ອາຊຽນ+1


(vovworld)- ວັນ​ທີ 24/10, ຢູ່​ນະ​ຄອນ​ຍ່າ​ຈາງ, ໄດ້​ໄຂ​ງານ​ຕັ້ງ​ຄ້າຍ​ອາຊຽນ+1 ດ້ວຍ​ຫົວ​ຂໍ້ “ ປະ​ຊາ​ຄົ​ມດຽວ-ສີ​ສັນ​ດຽວ-ປະ​ຊາ​ຊາດ​ດຽວ ” ຊຶ່ງ​ມີ​ການ​ເຂົ້າ​ຮ່ວມ​ຂອງກວ່າ 300 ຄ້າຍ​ນັກ​ສຶກ​ສາ​ຫວຽດ​ນາມ, ລາວ, ກຳ​ປູ​ເຈຍ ແລະ ຝະ​ລັ່ງ​ທີ່​ພວມ​ຮ່ຳ​ຮຽນ​ຢູ່ບັນ​ດາ​ມະ​ຫາ​ວິ​ທະ​ຍາ​ໄລ, ວິ​ທະ​ຍາ​ໄລ​ຢູ່​ແຂວງ​ແຄ້ງ​ຮ່​ວາ​ທາງ​ພາກ​ໃຕ້​ຫວຽດ​ນາມ.  ນີ້​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ການ​ເຄື່ອນ​ໄຫວ​ຂ່ຳ​ນັບ​ຮັບ​ຕ້ອນ​ວັນ​ສ້າງ​ຕັ້ງ​ປະ​ຊາ​ຄົມ​ອາ​ຊຽນ, ຊຶ່ງ​ລວມ​ມີ​ບັນ​ດາ​ການ​ເຄື່ອນ​ໄຫວ: ເດີນ​ຂະ​ບວນ, ແນະ​ນຳ​ກ່ຽວ​ກັບ​ປະ​ເທດ​ຊາດ ແລະ ປະ​ຊາ​ຊົນ​ຂອງ​ປະ​ເທດ​ທີ່​ເຂົ້າ​ຮ່ວມ​ງານ​ຕັ້ງ​ຄ້າຍ, ການ​ພົບ​ປະ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ, ສະ​ແດງ​ສິ​ລ​ະປະ​, ແບ່ງ​ປັນ​ບົດ​ຮຽນ​ໃນ​ການ​ດຳ​ລັງ​ຊີ​ວິດ ແລະ ການ​ຮ່ຳ​ຮຽນ….

ຂ່າວ/ບົດ​ອື່ນ